ປະທານສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາ​ດຈີນ​ພົບ​ປະ​ກັບ​ຮອງ​ນາຍົກ,ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ
2017-04-18 15:39:02  cri 
ວັນ​ທີ 17 ​ເມສາ​ນີ້ ຢູ່​ນະຄອນ​ຫຼວງປັກ​ກິ່ງ, ທ່ານ ຢູ​ເຈີ້​ງ​ເຊີ່ງ ປະທານ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ໄດ້​ພົບ​ປະກັບ​ທ່ານ ຟາ​ມບິງ​ມິ​ງ ຮອງ​ນາຍົກລັດຖະມົນຕີ​ທັງ​ເປັນ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ​​ໃນ​ໂອກາດ​ເດີນທາງ​ມາເຂົ້າ​ຮ່ວມ​ກອງ​ປະຊຸມ​ຄະນະ​ກຳມະການ​ຊີ້​ນຳ​ການ​ຮ່ວມ​ມື​ລະ​ຫວ່າງຈີນ-ຫວຽດນາມ​ຄັ້ງ​ທີ 10 .

ທ່ານ ຢູ​ເຈີ້​ງ​ເຊິ່ງ ກ່າວ​ວ່າ: ສາຍ​ພົວພັນ​ລະຫວ່າງ​ຈີນ-ຫວຽດນາມ​ໄດ້​ມີ​ທ່າ​ອ່ຽງ​ພັດທະນາ​ດີຂຶ້ນ ​ເຊິ່ງສອງ​ຝ່າຍ​ຄວນ​ຮັດ​ແໜ້ນ​ການ​ຮ່ວມ​ມື​ແລະ​ປະສານ​ສົມທົບ​ກັນ, ຈັດ​ຕັ້ງ​ປະຕິບັດ​ຄວາມ​ຮັບ​ຮູ້​ທີ່ເປັນ​ເອກະ​ພາບ​ລະຫວ່າງ​ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ​ໃຫ້​ດີ, ກຳ​ແໜ້ນ​ທິດ​ແຫ່ງ​ການ​ພັດທະນາ​ສາຍ​ພົວພັນ​ລະຫວ່າງ​ສອງ​ຝ່າຍ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ທີ່​ແທ້​ຈິງ​ໃນ​ຫຼາຍ​ຂົງ​ເຂດ​ເຊັ່ນ: "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ", ຄວາມ​ສາມາດ​ການ​ຜະລິດ, ຄົມມະນາຄົມ, ພື້ນ​ຖານ​ໂຄງ​ລ່າງ​ແລະ​ອື່ນໆ, ຍົກ​ລະດັບສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ຈີນ-ຫວຽດນາມ​​ກ້າວ​ຂຶ້ນສູ່ລະດັບ​ໃໝ່.

ທ່ານ ຟາ​ມບິງ​ມິ​ງ ກ່າວ​ວ່າ: ການ​ພົວພັນກັບຈີນ​ແມ່ນ​ທິດ​ທາງບຸລິມະ​ສິດຂອງ​ວຽກ​ງານ​ການ​ຕ່າງປະ​ເທດ ​ເຊິ່ງຫວຽດນາມ​ຍິນ​ດີ​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ເສດຖະກິດ​ການ​ຄ້າ, ການ​ລົງທຶນ, ວັດທະນະທຳ​ເປັນ​ຕົ້ນ, ຊຸກຍູ້​ສາຍ​ພົວພັນ​ໄມຕີ​ຈິດ​ມິດຕະພາບ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ໃຫ້​ຂະຫຍາຍຕົວ​​ຢ່າງ​ບໍ່​ຢຸດ​ຢັ້ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ