ຈີນ​ຈະ​ສົ່ງຍານຊາງ​ເອີ​ 5 ຂຶ້ນ​ສູ່​ອະວະກາດ​ໃນ​ທ້າຍ​ປີ​ນີ້
2017-04-18 16:16:05  cri 
ຕາມ​ຂ່າວCRI: ວັນ​ທີ 17 ​ເມສາ​ນີ້, ທ່ານ ທຽນ​ຢູ້ຫຼົງ ຫົວໜ້າ​ວິສະວະກອນ​ກົມ​ວິທະຍາສາດ​ວິສະວະກຳ​ປ້ອງ​ກັນ​ປະ​ເທດ, ​ເລຂາທິການ​ໃຫຍ່​ກົມ​ການບິນອະວະກາດ​ແຫ່ງ​ຊາດ​ຈີນ​ໄດ້​ໃຫ້​ຮູ້​ວ່າ: ຈີນ​ຈະສົ່ງຍານຊາງເອີ 5 ຂອງ​ໂຄງການສຳຫຼວດດວງຈັນ​ໃນ​ທ້າຍ​ປີ​ນີ້ ​ເພື່ອ​ເຮັດໜ້າທີ່ເກັບຕົວຢ່າງຈາກດວງຈັນ​ກັບ​ຄືນ​ສູ່​ໜ່ວຍ​ໂລກໃຫ້ສຳເລັດ​ເປັນ​ຄັ້ງ​ທຳ​ອິດ.

​ທ່ານ ທຽນ​ຢູ້ຫຼົງ ກ່າວ​ໃນ​ການ​ຖະ​ແຫຼ​ງຂ່າວ​ໃນ​ໂອກາດ​ກຽມ​ສະຫຼອງ​ "ວັນ​ການບິນ​ອະວະກາດ​ຈີນ" ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ວ່າ: ໜ້າ​ທີ່​ການ​ສົ່ງ​ຍານ​ຊາງ​ເອີ 5 ຈະ​ດຳ​ເນີນ​ງານໂດຍ​ຈະ​ຫຼວດສົ່ງ​ຍານ​ຊາງ​​ເຈິ່ງ 5.

ຂ່າວ​ແຈ້ງວ່າ: ການ​ປະຕິບັດ​ໜ້າ​ທີ່ຄັ້ງ​ນີ້ຫວັງ​ບັນລຸ 4 ຄັ້ງ​ທຳ​ອິດ​ນັບ​ແຕ່​​ເລີ່​ມດຳ​ເນີນ​ໂຄງການການບິນ​ອະວະກາດ​ຈີນ​ເປັນ​ຕົ້ນ​ມາ ຄື: ​ເກັບຕົວຢ່າງ​ຢູ່​ພືນ​ຜິວ​ດວງ​ຈັນ​ເປັນ​ຄັ້ງ​ທຳ​ອິດ; ບິນ​ຂຶ້ນຈາກ​ພື້ນ​ຜິວ​ດວງຈັນ​ຄັ້ງ​ທຳ​ອິດ; ດຳ​ເນີນ​ການ​ເຊື່ອມ​ຕໍ່​ກັນ​​​ໂດຍອັດຕະ​ໂນ​ມັດຢູ່​ວົງ​ໂຄຈອນດວງຈັນ​ທີ່​​ໄກ 3 ​ແສນ 8 ໝື່ນ​ກິ​ໂລ​ແມັດ​ເປັນ​ຄັ້ງ​ທຳ​ອິດ; ​ເກັບ​ດິນ​ດວງຈັນ​ກັບ​ຄືນ​ສູ່​ໜ່ວຍ​ໂລກ​ດ້ວຍ​ຄວາມ​ໄວ​​ໃນຈັກກະວານທີ​ສອງ​ໃນ​ລະດັບ 11,2 ກິ​ໂລ​ແມັດ​ຕໍ່​ວິນາທີ​​ເປັນ​ຄັ້ງ​ທຳ​ອິດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ