ປາ​ກິ​ສະຖານ​ຄື​ບໜ້າປາບ​ການ​ກໍ່​ການ​ຮ້າຍ, ຢ່າງ​ໜ້ອຍ​ມີ 108 ຄົນ​ຖືກ​ຍິງ​ເສຍ​ຊີວິດ
2017-04-18 16:09:00  cri 
​​ເຈົ້າ​ໜ້າ​ທີ່​ທະຫານ​ປາ​ກິສະຖານ​​ເປີດ​​ເຜີຍ​ໃນ​ວັນ​ທີ 17 ​ເມສາ​ນີ້​ວ່າ, ມີ​ຄວາມ​ຄືບ​ໜ້າ​ໃນ​ການ​ປາບ​ປາມ​ລັດທິ​ກໍ່​ການ​ຮ້າຍ​ໂດຍ​ເຫັນ​ໄດ້​ໃນປັດຈຸບັນ​ສາມາດ​ສັງຫານກຸ່ມ​ກໍ່​ການ​ຮ້າຍຢ່າງ​ໜ້ອຍ​ມີ 108 ຄົນ.

​ທ່ານ​ອາ​ຊິ​ຟ ກາ​ຟູ ຫົວ​ໜ້າ​ກົມ​ຖະ​ແຫຼ​ງຂ່າວ​ຂອງ​ກອງທັບ​ປາ​ກີ​ສະຖານ​ຖະ​ແຫຼ​ງຂ່າວ​ໃນ​ວັນ​ທີ 17 ​ເມສາ​ນີ້​ໂດຍກ່າວ​ວ່າ, ​ເລີ່​ມ​ແຕ່​ປະຕິບັດ​ການ​ປາບ​ປາມ​ລັດທິ​ກໍ່​ການ​ຮ້າຍ​ເປັນ​ຕົ້ນ​ມາ​, ຝ່າຍ​ທະຫານ​ແລະ​ພາກສ່ວນ​ປະຕິບັດ​ກົດໝາຍ​ຂອງ​ປາ​ກິ​ສະຖານ​ໄດ້​ປະຕິ​ບັດ​ການເຄື່ອນ​ໄຫວ​ໃນ​ຮູບ​ແບບ​ຕ່າງໆ 4000 ກວ່າ​ເທື່ອ, ​ໃນ​ນີ້​ສາມາດຍິງ​ຜູ້​ກໍ່​ການ​ຮ້າຍ​ເສຍ​ຊີວິດ​ຢ່າງ​ໜ້ອຍ 108 ຄົນ, ​ແລະ​ຈັບ​ຜູ້​ຖືກ​ສົງ​ໄສ​ໄດ້ 4500 ກວ່າ​ຄົນ, ພ້ອມ​ດ້ວຍຍຶດ​ອາວຸດ​ໄດ້​ຢ່າງ​ຫຼວງ​ຫຼາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ