ຟີ​ລິບ​ປີນກຽມ​ຈັດ​ກອງ​ປະຊຸມການ​ຄ້າ​ອາ​ຊຽນ​ຢູ່​ເກາະ​​ໂປ​ໂຮ​ນ​ຕາມ​ກຳນົດ
2017-04-18 16:13:17  cri 
ກະຊວງ​ການ​ຕ່າງປະ​ເທດ​ຟີ​ລິບ​ປີນ​ກ່າວ​ໃນ​ວັນ​ທີ 17 ​ເມສາ​ນີ້​ວ່າ, ​ເຖິງ​ວ່າ​ເກີດ​ເຫດການ​ຍິງ​ກັນ​​ເມື່ອ​ກ່ອນໜ້າ​ນີ້​ບໍ່​ດົນ, ​ແຕ່​ກອງ​ປະຊຸມການ​ຄ້າ​ອາ​ຊຽນກໍ​ຈະ​ຈັດ​ຂຶ້ນ​ຢູ່​ເກາະ​​ໂບ​ໂຮ​ນທາງ​ພາກ​ກາງຂອງປະ​ເທດ​ຕາມ​ເດີມ.

ທ່ານ​ໂບ​ລິ​ວາ ​ໂຄສົກະ​ກະຊວງ​ການ​ຕ່າງປະ​ເທດ​ຟີ​ລິບ​ປີນ​ກ່າວ​ໃນ​ວັນ​ທີ 17 ​ເມສາ​ນີ້​ວ່າ, ​ໃນວັນ​ທີ 19 ຫາ​ວັນ​ທີ 21 ​ເມສາ​ນີ້, 10 ປະ​ເທດ​ສະມາຊິກ​ອາ​ຊຽນຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄະນະ​ກຳມະການ​ເຈລະຈາ​ການ​ຄ້າ​ຂອງອະນຸ​ສັນຍາ​ການ​ພົວພັນ​ຄູ່​​ເສດຖະກິດ​ຮອບດ້ານ​ໃນ​ພາກ​ພື້ນ ຫຼື RCEP, ​ແລະ​​ແຕ່ລະ​ປະ​ເທດ​ກໍໄດ້​ຢືນຢັນ​ວ່າ​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເທື່ອ​ນີ້.

ທ່ານ​ກ່າວ​ຕື່ມ​ວ່າ, ກອງປະ​ຊຸມນີ້​ຈັດ​ຂຶ້ນ​ໂດຍ​ການ​ເປັນ​ປະ​ທານ​ຂອງ​ກະຊວງ​ອຸດສາຫະກຳ​ການ​ຄ້າ​ຟີ​ລິບ​ປີ​ນ, ​ແລະ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​ຂອງ​ຄະນະ​ຜູ້​ແທນທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຫຼາຍ​ກວ່າ​ 200 ທ່ານນັ້ນ, ກໍ​ໄດ້​ມີມາດ​ຕະການຢ່າງ​ເຄັ່ງ​ຄັດ​ແລະ​ເຈົ້າ​ໜ້າ​ທີ່​ລັດຖະບານກໍ​ສຸມ​ທຸກ​ຄວາມ​ພະຍາຍາມ​ຢ່າງ​ຕໍ່​ເນື່ອງ​ເພື່ອຮັກສາ​ຄວາມ​ປອດ​ໄພ​ໃຫ້​ແກ່​ກອງ​ປະຊຸມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ