ມາ​ເລ​ເຊຍ​ຈະ​​ສົ່ງ​ຊາວສປປ​ເກົາຫຼີທີ່​ພັກກາຍ​ກຳນົດກັບຄືນ​ປະ​ເທດ
2017-04-19 10:18:44  cri 
ກົມ​ຄຸ້ມ​ຄອງ​ຄົນ​ເຂົ້າ​ເມືອງ​ມາ​ເລ​ເຊຍ​ຢືນຢັນ​ໃນ​ວັນ​ທີ 18 ​ເມສາ​ນີ້​ວ່າ: ​ໃນ​ໜຶ່ງອາທິດ​ຜ່ານ​ມາ, ມີ​ພົນ​ລະເມືອງສປປ ເກົາຫຼີ 296 ຄົນທີ່ພັກກາຍກຳນົດຢູ່​ປະ​ເທດ​ຕົນໄດ້ເຂົ້າລາຍ​ງານຕໍ່​ພະ​ແນ​ກຄຸ້ມ​ຄອງ​ຄົນ​ເຂົ້າ​ເມືອງ​ລັດ​ຊາຣາວັກ ​ແລະຂະນະ​ດຽວ​ກັນ​ກໍ​ຈະ​ສົ່ງ​ຄົນ​ເຫຼົ່າ​ນີ້ກັບ​ຄືນ​ສປປ ​ເກົາຫຼີ​ໂດຍ​ແບ່ງ​ເປັນ​ແຕ່ລະ​ຊຸດ.

ໃນຖະ​ແຫຼ​ງການ​ສະບັບ​ໜຶ່ງ​ຂອງ​ກົມ​ຄຸ້ມ​ຄອງ​ຄົນ​ເຂົ້າ​ເມືອງ​ມາ​ເລ​ເຊຍ​​ໄດ້ລະບຸ​ວ່າ: ຊາວ​ສປປ ​ເກົາຫຼີ​ເຫຼົ່າ​ນີ້​ສ່ວນ​ໃຫຍ່​ເປັນ​ຜູ້​ຂາຍແຮງ​ງານ ​ແລະ​ເນື່ອງ​ຈາກ​ວ່າ​​ໄລຍະ​ນີ້​ມາ​ເລ​ເຊຍ​ໄດ້​ຍົກ​ເລີກ​ນະ​ໂຍບາຍ​ຍົກ​ເວັ້ນວີຊາ​ເຂົ້າ​ເມືອງຂອງ​ພົນລະ​ເມືອງ​ສປປ ​ເກົາຫຼີ​ຈິ່ງ​ເຮັດ​ໃຫ້​​ເກີດ​ການພັກ​ກາຍ​ກຳນົດ. ຖະ​ແຫຼ​ງການ​ລະບຸ​ຕື່ມ​ວ່າ:  ພົນລະ​ເມືອງ​ສປປ ​ເກົາຫຼີ​ຍັງ​ຈະ​ຖືກ​ສົ່ງ​ກັບຄືນ​ປະ​ເທດ​ໂດຍ​ແບ່ງ​ເປັນ​​ແຕ່ລະຊຸດ, ​ແຕ່​ບໍ່​ໄດ້​ບອກ​ວ່າການສົ່ງ​ພົນລະ​ເມືອງ​ສປປ ​ເກົາຫຼີກັບຄືນປະ​ເທດ​ນັ້ນ​ຈະ​ສິ້ນ​ສຸດ​ໃນ​ມື້​ໃດ.

ເລີ່​ມ​ແຕ່​ວັນ​ທີ 6 ມີນາ​​ເປັນ​ຕົ້ນ​ມາ, ມາ​ເລ​ເຊຍ​ໄດ້​ຍົກ​ເລີກ​ນະ​ໂຍບາຍ​ຍົກ​ເວັ້ນວີ​ຊາ​ຂອງພົນ​ລະ​ເມືອງ​ສປປ​ເກົາຫຼີ​ທີ່​ເຂົ້າປະ​ເທດ​ຕົນ​​ໂດຍ​ອ້າງ​​ເພື່ອ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດຂະນະ​ທີ່ກ່ອນ​ໜ້າ​ນີ້, ທັງສອງ​ປະ​ເທດ​ໄດ້​ຍົກ​ເວັ້ນວິຊາ​​ໃຫ້​ແກ່​ພົນລະ​ເມືອງ​ຂອງກັນ​ແລະ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ