ຈັດ​ໂຄງການເກັບ​ກຳ​ຂ່າວ​ຮ່ວມ ​ຈີນ-ອາ​ຊຽນຮ່ວມ​ສ້າງ​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ​ສະຕະວັດ​ທີ 21 ​ເທື່ອ​ທີ 3
2017-04-19 11:10:43  cri 
​ໂຄງການເກັບ​ກຳ​ຂ່າວ​ຮ່ວມ​ຈີນ-ອາ​ຊຽນຮ່ວມ​ສ້າງ​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ​ໃນ​ສະຕະວັດ​ທີ 21 ​ເທື່ອ​ທີ 3 ​ໄດ້​ເລີ່​ມຈັດ​ຕັ້ງ​ຢູ່​ເມືອງ​ສາງ​ຊ່າ ​ແຂວງ​ຫູ​ນານ ສປ ຈີນ​ໃນ​ວັນ​ທີ 18 ​ເມສາ​ນີ້.

​ເນື່ອງ​ຈາກ ປີ 2017 ​ເປັນ​ປີ​ຄົບຮອບ 50 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ອາ​ຊຽນ​ແລະ​ປີຮ່ວມ​ມື​ທ່ອງ​ທ່ຽວ​ຈີນ-ອາ​ຊຽນ, ສູນ​ຈີນ-ອາ​ຊຽນ​ແລະ​ຫ້ອງການ​ຖະ​ແຫຼງຂ່າວ​ລັດຖະບານ​ຈີນ​ໄດ້​ເປັນ​ເຈົ້າພາບ​ຮ່ວມ​ໂດຍ​ເຊີນ​ນັກ​ຂ່າວ 20 ຄົນ​ຈາກ​ສື່​ມວນ​ຊົນ 17 ສຳນັກ​ຂອງ 10 ປະ​ເທດ​ອາ​ຊຽນ​ເດີນທາງ​ເກັບ​ກຳ​ຂ່າວ​ຢູ່​ແຂວງ​ຫູ​ນານ​ແລະ​ແຂວງ​ຈ່ຽງຊີ​ຕາມໂຄງການເກັບ​ກຳ​ຂ່າວ​ຮ່ວມ​ຈີນ-ອາ​ຊຽນຮ່ວມ​ສ້າງ​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ​ໃນ​ສະຕະວັດ​ທີ 21 ​ເທື່ອ​ທີ 3 ​ໂດຍ​ເນັ້ນ​ທັດສະນະ​ສຶກສາ​​ແລະ​ເກັບ​ກຳ​ສະພາບ​ການ​ຮ່ວມ​ມື​ລະຫວ່າງ​ຈີນ-ອາ​ຊຽນ​ໃນ​ຂົງ​ເຂດ​ການ​ຄ້າ,ການ​ລົງທຶນ,ການ​ສຶກສາ, ວັດທະນະທຳ,ທ່ອງ​ທ່ຽວ,ສື່​ມວນ​ຊົນ​ແລະ​ຂົງ​ເຂດ​ອື່ນໆ ທັງ​ລາຍ​ງານ ​ຜົນສຳ​ເລັດການ​ຮ່ວມ​ສ້າງ​​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ​ສະຕະວັດ​ທີ 21 ຂອງ​ສອງ​ຝ່າຍແລະ​ອະນາຄົດ​ອັນ​ສົດ​ໃສ​ຂອງ​ການ​ຮ່ວມ​ມື​ສອງ​ຝ່າຍ. ​ໂຄງການ​ດັ່ງກ່າວ​ເນັ້ນສົ່ງ​ເສີມ​ມິດຕະພາບ,ການ​ແລກປ່ຽນ​ແລະ​ຮ່ວມ​ມື​ລະຫວ່າງ​ຈີນ-ອາ​ຊຽນ​ແລະ​ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນພົບ​ນ້ຳ​ໃຈມິດຕ​ະພາບ​ລະຫວ່າງ​ປະຊາຊົນ​ສອງ​ຝ່າຍ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ