ນັກ​ສຶກສາ​ແລະ​ຄູອາຈານ​ໄທ​ສຳຜັດ​ກັບ​ວັດທະນະທຳ​ລົດ​ໄຟ​ຄວາມ​ໄວ​ສູງ​ຂອງ​ຈີນຢູ່​ກວາງຊີ
2017-04-19 15:28:01  cri 

ນັກ​ສຶກສາ​ແລະ​ຄູອາຈານ 11 ຄົນ​ຈາກ​ວິທະຍາ​ໄລ​ເຕັກນິກ​ການ​ຄ້າ​ອະຍຸ​ດທະຍາໄທ​ໄດ້​ເຂົ້າ​ຮ່ວມ​ກິດຈະກຳ​ຄ້າຍ​ລະດູ​ຮ້ອນ​ວັດທະນະທຳ​ລົດ​ໄຟ​ຄວາມ​ໄວ​ສູງ​ຢູ່​ວິທະຍາ​ໄລ​ເຕັກນິກ​ວິຊາ​ຊີບ​ທາງ​ລົດ​ໄຟ​ຫຼິວ​ໂຈ່​ວ ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາງ​ຊີ​ ສປ ຈີນ​ໃນວັນ​ທີ 18 ​ເມສາ​ນີ້​ເພື່ອ​ສຳຜັດ​ແລະ​ຮຽນ​​ຮູ້​ແລະ​ວັດທະນະທຳ​ລົດ​ໄຟ​ຄວາມ​ໄວ​ສູງ​ຂອງ​ຈີນ.

ເພື່ອກຽມ​ພັດທະນາຊັບພະຍາກອນ​ມະນຸດດ້ານລົດ​ໄຟ​ຄວາມ​​ໄວ​ສູງ, ຫຼາຍ​ມະຫາວິທະຍາ​ໄລ​ຂອງ​ໄທຕ່າງ​ກໍ​ມີ​ຄວາມ​ກະຕືລື​ລົ້ນ​ເປັນ​ຢ່າງ​ຍິ່ງ​ໂດຍສະ​ເພາະ​​ໃນມື້​ຈັດ​ພິທີ​ເປີດ​ຄ້າຍ​ລະດູ​ຮ້ອນ​ເມື່ອ​ວັນ​ທີ 17 ​ເມສາ​ນີ້, ຄະນະ​ຜູ້​ແທນ​ມະຫາວິທະຍາ​ໄລ​ສອງ​ແຫ່ງ​ຂອງ​ໄທ​ກໍ​ໄດ້​ໄປ​ທັດສະນະ​ສຶກສາ​ຢູ່​ວິທະຍາ​ໄລ​ເຕັກນິກ​ວິຊາຊີບ​ທາງ​ລົດ​ໄຟຫຼິວໂຈ່​ວ​ຫວັງ​ຮ່ວມ​ມື​ກັນ​ສ້າງ​ຊັບພະຍາກອນ​ມະນຸດ​ດ້ານນີ້.

ທ່ານ​ລຽງ​ຈ້ຽງ ຫົວໜ້າ​ພະ​ແນ​ກ​ແລກປ່ຽນ​ສາກົນ​ຂອງ​ວິທະຍາ​ໄລ​ເຕັກນິກ​ວິຊາ​ຊີບ​ທາງ​ລົດ​ໄຟ​ຫຼິວໂຈ່​ວ​ໃຫ້​ຮູ້​ວ່າ: ​ໄປ​ພ້ອມ​ກັບ​ການ​ດຳ​ເນີນໂຄງການ​ທາງ​ລົດ​ໄຟ​ຈີນ-ລາວ, ທາງ​ລົດ​ໄຟ​ຈີນ-​ໄທ​,​ທາງ​ລົດ​​ໄຟ​ຄວາມ​ໄວ​ສູງ​ຈາ​ກາກ​ຕາ-ບັນ​ດຸ​ງ​ແລະ​ອື່ນ​ໆ​​ແລ້ວ​ກໍ​ດີ​ມີ​ມະຫາວິທະຍາ​ໄລ 20 ກວ່າ​ແຫ່ງ​ຈາກ​ໄທ,ລາວ,ອິນ​ໂດ​ເນ​ເຊຍ​ແລະ​ປະ​ເທດ​ອື່ນໆ​ມາ​ທັດສະນະ​ສຶກສາ​ແລະ​ແລກປ່ຽນ​ຢູ່​ວິທະຍາ​ໄລ​ຂອງຕົນ ​ແລະ​ໃນ​ເດືອນ​ພຶດສະພາທີ່​ຈະ​ເຖິງ​ນີ້​ກໍ​ຈະ​ໄດ້​ຕ້ອນຮັບ​ຄູ​ອາຈານ​ໄທອີກ​ຊຸດ​ໜຶ່ງ​ມາ​ຝຶກ​ອົບຮົມ​ຄົມມະນາຄົມ​ມີ​ລາງຢູ່ວິທະຍາ​ໄລ​ຕົນ.

1 2 3 4
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ