ນາຍົກລັດຖະມົນຕີອັງກິດ​ປະກາດ​ເລືອກ​ຕັ້ງ​ທົ່ວ​ໄປ​ລ່ວງ​ໜ້າ
2017-04-19 16:51:58  cri 
ທ່ານ​ນາງ​ເທ​ເຣຊາ ​ເມອອກ​ມາປະກາດ​ໃນວັນ​ທີ 18 ​ເມສາ​ນີ້ວ່າ, ອັງກິດ​ຈະ​ຈັດການ​ເລືອກ​ຕັ້ງ​ທົ່ວ​ໄປ​ລ່ວງ​ໜ້າໃນ​ວັນ​ທີ 8 ມິຖຸນາ​ນີ້​, ​ຫວັງ​ໄດ້ລັດຖະບານ​ຊຸດ​​ໃໝ່​​ເປັນ​ຜູ້​ຕາງໜ້າ​ເຈລະຈາ​ກັບ​ສະຫະພາບ​ເອີ​ລົບ​​ໃນ "ການ​ຖອນອອກຈາກ​ອີ​ຢູ" ​ໃຫ້​ດີກ​ວ່າ​ເກົ່າ.

ນັກ​ວິ​ເຄາະ​ເຫັນ​ວ່າ, ທ່ານ​ນາງ​ເທ​ເຣຊາ ​ເມ ທີ່​ເຂົ້າ​ແທນ​ທ່ານ​ຄາ​ເມ​ລອນ ອະດີດ​ນາຍົກລັດຖະມົນຕີອັງກິດ​ທີ່​ລາ​ອອກ​ຈາກ​ຕຳ​ແໜ່​ງຫຼັງ​​ລົງ​ປະຊາ​ມະຕິ "ຖອນ​ອອກ​ຈາກ​ອີ​ຢູ" ​ໃນ​ປີຜ່ານມານັ້ນ​ບໍ່​​ໄດ້​ຜ່ານ​ການ​ເລືອກ​ຕັ້ງ. ດັ່ງ​ນັ້ນ​ຈຶ່ງ​ໄດ້​ຕົກລົງ​ເລືອກ​ຕັ້ງ​ທົ່ວ​ໄປ​​ເພື່ອ​ໄດ້​ຮັບ "​ສິດ" ຈາກ​ປະຊາຊົນ​ອັງກິດ​ຢ່າງ​ເປັນ​ທາງ​ການ.

ວັນ​ທີ 10 ​ເມສາ​ນີ້, ທ່ານ​ນາງ​ເທ​ເຣຊາ ​ເມ ກ່າວ​ປາ​ໄສ​ຢູ່​ນອກສຳນັກງານນາຍົກລັດຖະມົນ ຕີວ່າ, ຂໍ້​ຕົກລົງ​ດັ່ງກ່າວ​ກໍ​ເພື່ອ​ຮັກສາ​ຜົນ​ປະ​ໂຫຍ​ດຂອງອັງກິດ​ໃຫ້​ດີກ​ວ່າ​ເກົ່າ​ແລະ​ກ້າວ​ໄປ​ສູ່​ການ​ມີ​ຄວາມ​ໝັ້ນ​ທ່ຽງ, ຄວາມ​​ເຊື່ອ​ໝັ້ນ​ແລະ​ເປັນ​ແກນ​ນຳພາ​ທີ່​ເຂັ້ມ​ແຂງ.
ຫາງ​ສຽງ​ຂອງ​ຊາວອັງກິດ​ເຫັນ​ວ່າ​ຂໍ້​ຕົກລົງ​ດັ່ງກ່າວ​ຢູ​ເໜືອຄວາມ​ຄິດ, ຂະນະ​ທີ່ກ່ອນ​ໜ້າ​ນີ້​ທ່ານ​ນາງ​ເທ​ເຣຊາ ​ເມ​ເຄີຍ​ກ່າວມາ​ແລ້ວ​ຫຼາຍ​ເທື່ອ​​ວ່າ, ຈະ​ບໍ່​ຈັດການ​ເລືອກ​ຕັ້ງ​ທົ່ວ​ໄປ​ລ່ວງ​ໜ້າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ