ຫິມະ​ຕົກ​ໜັກຍາມ​ລະດູ​​ໃ​ບ​ໄມ້​ປົ່ງ​ຢູ່​ເຢຍລະ​ມັນ(ວິດີໂອ)
2017-04-19 16:58:28  cri 

 

ວັນ​ທີ 18 ​ເມສາ​ນີ້, ​ຢູ່ເບີ​ເກນ ​ເມືອງ​ນ້ອຍ​ແຫ່ງ​ໜຶ່ງ​ຂອງ​ເຢຍລະ​ມັນ​ໄດ້​ເກີດ​ສະພາບອາກາດ​ໜາວ​ສົ່ງ​ຜົນ​ໃຫ້ຫິມະ​ຕົກ​​ຢ່າງ​ກະທັນຫັນ ​ແລະປົກ​ຫຸ້ມປ່າ​ໄມ້​ແລະ​ທົ່ງ​ຫຍ້າ​ຢ່າງ​ໜາ​ແໜ້ນ​ແລະ​​ເປັ​ນບໍລິ​ເວນກວ້າງ,ຂະນະ​ທີ່​​ໄຂ່​ສະບາຍ​ສີ​ວັນ​ບຸນ Easter ທີ່​​ແຂວນ​ຢູ່​ເທິງ​ຕົ້ນ​ໄມ້​ປຽບ​ດັ່ງ​ມັນ​​ໃສ່ "ໝວກ​ຂາວ". ​ເຊິ່ງ​ເປັນ​ປາກົດການ​ທີ່​ຕ່າງກັບ​ລະດູ​ໜາວ​ທີ່​ບໍ່​ມີ​ຊີວິດ​ຊີວາຢູ່​ເຢຍລະ​ມັນ​ເມື່ອ​ເຖິງກາງ​ເດືອນ​ເມສາກໍ​ພໍດີ​ຖື​ກກັບ​ລະດູ​ໃບ​ໄມ້​ປົ່ງ, ດອກ​ໄມ້​ນານາ​ຊະນິດ​ທີ່​​ເບັ່ງ​ບານ​ຢູ່​ທົ່ວ​ທຸກ​ຫົນ​​ແຫ່ງ​ເມື່ອປະສານ​ກັບ​ຫິມະ​ຂາວຈ່ານຜ່ານນັ້ນ​ໄດ້​ເຮັດ​ໃຫ້​ເມືອງ​ດັ່ງກ່າວ​ປຽບ​ເໝືອນ​ໂລກ​ນິຍາຍ​ເດັກ​ທີ່​​ແສນສວຍ​ງາມ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ