ທ່ານ​ສີ​ຈິ້ນ​ຜິ​ງຢ້ຽມຢາມ​​ແລະເຮັດ​ວຽກ​ຢູ່​ກວາງຊີ
2017-04-20 16:41:16  cri 

ຕອນ​ບ່າຍ​ວັນ​ທີ 19 ​ເມສາ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ໄດ້​ຢ້ຽມຢາມ​ທ່າ​ກຳ​ປັ່ນ​ສາທາລະນະ ​ເທ​ຊ່ານ​ເມືອງ​ເປີ​ຍ​ໄຫ ອ່າວ​ເປີ​ຍປູ້​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາງຊີທ່າມກາງ​ສາຍ​ຝົນ​ເພື່ອ​​ເກັບ​ກຳ​ສະພາບ​ການ​ກໍ່ສ້າງ​ແລະ​ພັດທະນາ​ເຂດ​ເສດຖະກິດ​ອ່າວ​ເປີ​ຍປູ້​ກວາງຊີ​ພ້ອມ​ດ້ວຍ​ສະພາບ​ການ​ເປີດ​ປະຕູ​ແລະ​ການ​ຮ່ວມ​ມື​ກັບ​ອາ​ຊຽນ. ​ໂອກາດ​ດັ່ງກ່າວ, ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້ຢືນຢັນ​ວ່າ ທ່າ​ເທ​ຊ່ານ​ມີ​ທ່າ​ແຮງ​ທາງ​ດ້ານ​ພູມ​ສາດ​ແລະ​ມີ​ອະນາຄົດ​ທີ່​ສົດ​ໃສ​ໃນການ​ພັດທະນາ​ແລະ​ໃນ​ຕໍ່ໜ້າ​ເຂດ​ເສດຖະກິດ​ອ່າວ​ເປີ​ຍປູ້ຈະ​ໄດ້​ຮັບ​ການ​ກ່າວ​ຂານ​ແລະ​ມີ​ຊື່​ສຽງ​ໂດ່​ງດັງ​ແລະ​ເພື່ອ​ປູ​ພື້ນຖານ​ທີ່​ສຳຄັນ​ຄື​ດັ່ງກ່າວ. ຕ້ອງ​ກໍ່ສ້າງ​ທ່າ​ກຳ​ປັ່ນ​ອ່າວ​ເປີ​ຍປູ້​ ​ແລະ​ສ້າງສາ​ພັດທະນາ​ເສດຖະກິດທີ່​ຫັນ​ໜ້າ​ສູ່​ທະ​ເລ​ໃຫ້​ມີ​ປະສິດທິ​ຜົນ ​ເພື່ອ​ໃຫ້​ເປັນດັ່ງ​ທີ່​ພວກ​ເຮົາ​ ​ເວົ້າ​ກັນ​ເລື້ອຍໆ​ວ່າ ຢາກ​ຮັ່ງມີ​ຕ້ອງ​ສ້າງ​ທາງ​ກ່ອນ, ຄັນ​ຢາກ​ເຮັດ​ໃຫ້​ເຂດ​ແຄມ​ທະ​ເລ​ຮັ່ງມີ​ກໍ​ຕ້ອງ​ສ້າງ​ທ່າ​ກຳປັ່ນ​ເຊັ່ນ​ກັນ.

1 2 3 4 5
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ