ແມ່ຍິງອີຣານຖືກຈັບຍ້ອນແຕ່ງຕົວເປັນຜູ້ຊາຍລັກເຂົ້າເບິ່ງການແຂ່ງຂັນເຕະບານ
2017-04-20 16:47:47  cri 

ສື່ຕ່າງປະເທດລາຍງານວ່າ: ກ່ອນໜ້ານີ້ບໍ່ດົນ, ແມ່ຍິງອີຣານ 8 ຄົນ​ໄດ້ຖືກຈັບ​ເນື່ອງ​ຈາກແຕ່ງຕົວເປັນຜູ້ຊາຍລັກເຂົ້າສະໜາມກິລາອາຊາດີ ນະຄອນຫຼວງເຕເຮຣານປະເທດດັ່ງກ່າວເພື່ອເບິ່ງການແຂ່ງຂັນບານເຕະລະຫວ່າງທີມເຕເຮຣານກັບທີມ​ເປີ​ເຊໂປລິສ(Persepolis). ຂະນະນີ້, ແມ່ຍິງເຫຼົ່ານີ້ຈະຖືກ​ໂທດທັງຖືກປັບ​ໃໝອີກ.

ທ່ານອາລີເຣຊາ ອາເດລີ ຜູ້ຮັບຜິດຊອບວຽກງານຮັກສາຄວາມປອດໄພນະຄອນຫຼວງເຕເຮຣານຢືນຢັນ​ວ່າ ມັນ​ບໍ່​ແມ່ນ​ເທື່ອ​ທຳ​ອິດ​ທີ່​ເກີດ​ເຫດການ​ໃນ​ລັກສະນະ​ນີ້, ​ເພາະ​ກົດໝາຍ​ອິສລາມ​ຫ້າມ​ບໍ່​ໃຫ້​ແມ່ຍິງ​ເຂົ້າ​ສະໜາມ​ເບິ່ງ​ການ​ແຂ່ງຂັນ​ເຕະ​ບານ.

ຂ່າວ​ແຈ້ງ​ວ່າ: ກົດໝາຍ​ຂອງ​ອີຣານມີ​ຂໍ້​ຫ້າມ​ຫຼາຍ​ຢ່າງສຳລັບແມ່ຍິງ​ຕົວຢ່າງ, ຫ້າມ​ບໍ່​ໃຫ້​ແມ່ຍິງ​ຂີ່​ລົດຖີບ ​ເພາະ​ຈະ​ເຮັດໃຫ້​ເພດ​ຊາຍ​ລັກ​ເບິ່ງ ທັງ​ຖືກ​ຫ້າມ​ບໍ່​ໃຫ້​ອັບ​ໂຫຼ​ດຮູບ​ພາບ​ທີ່​ບໍ່​ຄຸມຜ້າ​ປົກ​ຫົວ​ແລະ​ວີ​ດີ​ໂອ​ຮ້ອງ​ເພງ​ຂອງ​ຕົນລົງ​ສື່​ສັງຄົມ​ອອນ​ລາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ