ເຈົ້າໜ້າ​ທີ່​ທະຫານ​ປາ​ກິ​ສະຖານ​ສັ່ງ​ສັງຫານ​ຜູ້​ກໍ່​ການ​ຮ້າຍ 30 ຄົນ
2017-04-20 11:02:34  cri 

​ເຈົ້າໜ້າ​ທີ່​ທະຫານ​ປາ​ກິ​ສຖານ ​ໄດ້​ອອກ​ຖະ​ແຫຼງການ​ໃນ​ວັນ​ທີ 19 ​ເມສາ​ນີ້​ວ່າ ທ່ານ​ຄາມາ ຈາ​ເວັດ ບັດ​ວາ ຫົວໜ້າ​ເສນາ​ທິການ​ກອງທັບ​ບົກ​ປະ​ເທດ​ຕົນ ​ໄດ້​ລົງ​ນາມ​ໃນ​ຄຳ​ສັ່ງ​ສັງຫານ​ຜູ້​ກໍ່​ການ​ຮ້າຍ 30 ຄົນ.

ຖະ​ແຫຼງການ​ລະບຸ​ວ່າ: ຜູ້​ກໍ່​ການ​ຮ້າຍ​ເຫຼົ່ານີ້​ໄດ້​ເຂົ້າ​ໂຈມ​ຕີ​ໂຮງຮຽນສະ​ເພາະ​ລູກຫຼານທະຫານ​ເປ​ຊາ​ວາ ທັງລັກ​ພາ​ຕົວ​, ​ເຂັ່ນຂ້າ​ປະຊາຊົນແລະ​ເຈົ້າໜ້າ​ທີ່​ກຳລັງປະກອບ​ອາວຸດ, ພ້ອມ​ທັງຫຼອນ​ໂຈມ​ຕີ​ສະໜາມ​ບິນ​ແຫ່ງ​ໜຶ່ງ​ທີ່​ຢູ່​ຮ່ອມ​ພູສະ​ວັດ.

ທັງ​ນີ້ ​ເມື່ອວັນ​ທີ 16 ທັນວາ​ປີ 2014, ກຸ່ມ​ປະກອບ​ອາວຸດ​ກຸ່ມ​ໜຶ່ງ​ໄດ້​ແຕ່ງ​ຕົວ​ເປັນ​ທະຫານ ​ແລະຫຼອນ​ໂຈມ​ຕີ​ໂຮງຮຽນ​ສະ​ເພາະລູກຫຼານທະຫານ​ແຫ່ງ​ໜຶ່ງ​ຢູ່​ເປ​ຊາ​ວາ ​ເຮັດ​ໃຫ້ 150 ຄົນ​ເສຍ​ຊີວິດ. ຈາກ​ນັ້ນມາ, ກຸ່ມ​ຕາ​ລີ​ບັນ​ປາ​ກິ​ສຖານ ກໍ​ໄດ້​ກ່າວ​ອ້າງ​ຄວາມ​ຮັບຜິດ​ຊອບຕໍ່​ເຫດການ​ດັ່ງກ່າວ. ຫຼັງ​​ເກີດເຫດ​ໂສກ​ນາດຕະກຳ​ດັ່ງກ່າວ​, ລັດຖະບານ​ປາ​ກິ​ສຖານ ​ໄດ້​ປະກາດ​ມາດ​ຕະການ​ຕ້ານ​ລັດທິ​ກໍ່​ການ​ຮ້າຍ​ໃນ​ຮູບ​ແບບ​ຕ່າງ​ໆ ລວມທັງ​ໄດ້​ສ້າງຕັ້ງສານ​ທະຫານ​ພິ​ເສດ ​ເພື່ອ​ເພີ່ມ​ກຳລັງປາບ​ປາມນາບ​ຂູ່​ຕໍ່​ລັດທິ​ກໍ່​ການ​ຮ້າຍ. ຂະນະ​ທີ່​ໃນ​ເດືອນ​ມີນາ​ຜ່ານ​ມາ, ລັດຖະສະພາ​ປາ​ກິ​ສຖານ​ໄດ້​ຮັບຮອງ​ມະຕິ ​ໂດຍ​ໃຫ້​ສານ​ທະຫານ​ພິ​ເສດ​ນີ້​ສືບ​ຕໍ່​ປະຕິບັດ​ໜ້າ​ທີ່​ໄປ​ອີກ 2 ປີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ