ຟິລິບ​ປິ​ນ​ໃຫ້​ເງິນ​ລາງວັນ​ນຳ​ຈັບ​ຜູ້​ປະກອບ​ອາວຸດ​ອາ​ບູຊາ​ຢັບທີ່​ເຈຕະນາ​ໂຈມ​ຕີ​ເກາະ​ໂບ​ໂຮ​ນ
2017-04-20 15:55:54  cri 

ທ່ານ​ໂຣດຣີ​ໂກ ດູ​ເຕີ​ເຕ ປະທານາທິບໍດີ​ຟິລິບ​ປິນ​ໄດ້​ປະກາດ​ໃນ​ວັນ​ທີ 19 ​ເມສາ​ນີ້​ວ່າ ​​ໄດ້​​ໃຫ້​ເງິນ​ລາງວັນ​ 1 ລ້ານ​ເປ​ໂຊ ຫຼື ປະມານ 21.2​00 ​ໂດ​ລາ​ສະຫະລັດ​ຕໍ່​ຄົນທີ່​ສາມາດນຳ​ຈັບ ຫຼື ສັງຫານ​ຜູ້​ປະກອບ​ອາວຸດ​ອາ​ບູຊາ​ຢັບ 6 ຄົນ​ທີ່​ເຈຕະນາ​ເຄື່ອນ​ໄຫວ​ກໍ່​ການ​ຮ້າຍ​ຢູ່​ເກາະ​ໂບ​ໂຮ​ນ.

​ວັນ​ທີ 11 ​ເມສາ​ນີ້​ ຜູ້​ປະກອບ​ອາວຸດ​ກຸ່ມ​ໜຶ່ງ ​ໄດ້​ຂີ່​ເຮືອ​ຂຶ້ນບົກ​ເກາະ​ໂບ​ໂຮ​ນ ​ແຫຼ່ງທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ ທາງ​ພາກ​ກາງ​ຟິລິບ​ປິນ ​ແລະ​ເຈຕະນາ​ກໍ່​ການ​ຮ້າຍ, ​ແຕ່​​ປະຊາຊົນ​ທ້ອງ​ຖິ່ນ​ໄດ້​ພົບ​ເຫັນ​ກ່ອນ​ທັງ​​ໄດ້ລາຍ​ງານ​ເຈົ້າໜ້າ​ທີ່​ຕຳຫຼວດ. ຂະນະ​ທີ່​ເກາະ​ໂບ​ໂຮ​ນ​ແມ່ນ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ສຳຄັນ​ຂອງ​ປະ​ເທດ​ດັ່ງກ່າວ ​ແລະ ອາ​ຊຽນກໍ​ຈະ​ດຳ​ເນີນ​ກອງ​ປະຊຸມ​ຢູ່​ເກາະ​ດັ່ງກ່າວ​ໃນ​ອາທິດ​ນີ້ ​ເພື່ອ​ຫາລື​ການ​ຮ່ວມ​ມື​ການ​ຄ້າ​ໃນ​ພາກ​ພື້ນ ຄາດ​ວ່າ​ຈະ​ມີ​ຄະນະ​ຜູ້​ແທນ​ບັນດາ​ປະ​ເທດ​ໃນ​ອາ​ຊຽນກວ່າ 200 ທ່ານ​ເຂົ້າຮ່ວມ. ຈາກ​ນີ້, ລັດຖະບານຟິລິບ​ປິນຈຶ່ງ​​ໄດ້ເພີ່ມ​ທະວີ​ການ​ຮັກສາ​ຄວາມ​ສະຫງົບ​ປອດ​ໄພ ​ເພື່ອ​ຮັບປະກັນ​​ໃຫ້ກອງ​ປະຊຸມ​​ດຳ​ເນີນ​ໄປ​ຢ່າງ​ປອດ​ໄພ​ດີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ