ເລີ່​ມສະໜອງ​ໄຟຟ້າ​ໃນໂຄງການ​ສາຍ​ສົ່ງ​ໄຟຟ້າ​ແຮງ​ສູງ​ກຳປູ​ເຈຍ​
2017-04-20 15:58:01  cri 

​ໂຄງການ​ສາຍ​ສົ່ງ​ໄຟຟ້າ​ແຮງ​ສູງ 115 ກິ​ໂລ​ໂວ​ນ "ພະນົມ​ເປັນ-ປຣາວິດ ວົງ​ສຸວັນ" ​ເຊິ່ງ​ເປັນ​ເຄືອ​ຂ່າຍ​ໄຟຟ້າ​ແຫ່ງ​ຊາດ​ກຳປູ​ເຈຍ ຢູ່​ແຂວງ​​ໄປຣ​ເວ​ງ ທີ່​ລັດຖະບານ​ຈີນ​ໃຫ້​ເງິນ​ກູ້​ພິ​ເສດນັ້ນ ​ໄດ້​ເລີ່​ມສະໜອງ​ໄຟຟ້າ​ຢ່າງ​ເປັນ​ທາງ​ການ​ແລ້ວ​​ໃນ​ວັນ​ທີ 19 ​ເມສາ​ນີ້ ​ໂດຍ​ທ່ານ​ສົງ​ໂປ່ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ກຳປູ​ເຈຍ ​ແລະ ທ່ານ​ຊຸຍ​ເຊມ ລັດຖະມົນຕີ​ກະຊວງ​ພະລັງງານ​ແລະ​ບໍ່​ແ​ຮ່ກຳປູ​ເຈຍ​ຮ່ວມຕັດ​ແຖບ​ຜ້າ​ເປີດ​ນຳ​ໃຊ້ໂຄງການ​ດັ່ງກ່າວ.

ທ່ານ​ຊຸຍ​ເຊມ ລັດຖະມົນຕີ​ກະຊວງ​ພະລັງງານ​ແລະ​ບໍ່​ແຮ່​ກຳປູ​ເຈຍ ກ່າວສະ​ແດງ​ຄວາມຂອບ​ໃຈ​ລັດຖະບານ​ຈີນ​ທີ່ຊ່ວຍກໍ່​ສ້າງ​ໂຄງການນີ້ ​ແລະ​ສາມາດ​ເຮັດ​ໃຫ້ໂສມ​ໜ້າ​ໃນ​ຂົງ​ເຂດ​ພະລັງງານຂອງ​ປະ​ເທດ​ຕົນ​ປ່ຽນ​ແປງຢ່າງ​ວ່ອງ​ໄວ. ​​ແນວ​ໃດ​ກໍ​ດີ, ລັດຖະບານ​ປະ​ເທດ​ຕົນ​ພວມ​ປະຕິບັດ​ແຜນ​ລວມພັດທະນາ​ພະລັງງານ​ໄຟຟ້າ, ຂະນະ​ທີ່​ໂຄງການ​ສາຍ​ສົ່ງ​ໄຟຟ້າ​ແຮງ​ສູງ​ 115 ກິ​ໂລ​ໂວ​ນ "ພະນົມ​ເປັນ-ປຣາວິດ ວົງ​ສຸວັນ" ​ກໍ​ແມ່ນ​ໜຶ່ງ​ແຜນ​ງານ​ທີ່​ນອນ​ຢູ່​ໃນ​ແຜນ​ລວມດັ່ງກ່າວ.

​ໂຄງການ​ດັ່ງກ່າວ​ໄດ້​ກວມ​ເອົາ​ນະຄອນຫຼວງພະນົມ​ເປັນ ​ແລະ ອີກ 3 ​ແຂວງ ຄື ​ກັນ​ດາວ, ສະ​ວາຍຣຽງ ​ແລະ ປຣາວິດ ວົງ​ສຸວັນ ​ໂດຍມີປະຊາກອນ​​ເກືອບ 4 ລ້ານ​ຄົນ ​​ໄດ້ຮັບ​ຜົນ​ປະ​ໂຫຍ​ດ​ແລະ​ເປັນ​ການປັບປຸງ​ເຄືອ​ຂ່າຍ​ສະໜອງ​ໄຟຟ້າ​ຢູ່​ເຂດ​ພາກ​ຕາ​ເວັນ​ອອກສຽງ​ໃຕ້​ກຳປູ​ເຈຍ​ໃຫ້​ດີ​ຂຶ້ນຢ່າງຫຼວງຫຼາຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ