ຈີນ-​ເອີຣົບ​ເຫັນ​ພ້ອມ​ກັນ​ຫຼາຍ​ດ້ານ​ຕໍ່​ບັນຫາ​ໂລກ
2017-04-20 10:55:17  cri 
ກອງ​ປະຊຸມ​ເຈລະຈາຍຸດ​ທະ​ສາດ​ລະດັບ​ສູງ​ຈີນ-​ເອີຣົບຄັ້ງ​ທີ 7 ​ໄດ້ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ ສປ ຈີນ​ໃນ​ວັນ​ທີ 19 ​ເມສາ​ນີ້ ​ໂດຍທ່ານ ຢາງ​ເຈ​ສື້ ທີ່​ປຶກສາ​ແຫ່ງ​ລັດ​ຈີນ ​ແລະ ທ່ານນາງ ຟີ​ເດີຣີຄາ ​ໂມ​ເກຣີນີ ຜູ້ຕາງໜ້າ​ລະດັບ​ສູງ​ດ້ານ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ແລະ​ຄວາມ​ໝັ້ນຄົງ​ຂອງ​ສະຫະພາບ​ເອີຣົບທັງ​ເປັນ​ຮອງ​ປະທານ​ຄະນະ​ກຳມະການ​ສະຫະພາບ​ເອີຣົບ​​ເປັນ​ປະທານ​ຮ່ວມ.

​​ໃນ​ການ​ເຈລະຈາ​ດັ່ງກ່າວ,ເອີຣົບ​ໄດ້ສະໜັບສະໜູນ​​ແລະພ້ອມເຂົ້າ​ຮ່ວມ​ກອງ​ປະຊຸມ​​ເວທີ​ປຶກສາ​ຫາລື​ສຸດ​ຍອດ​ການ​ຮ່ວມ​ມື​ສາກົນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"ທີ່​ຈີນ​​ຈັດ​ຕັ້ງ​ຂຶ້ນ. ຂະນະ​ດຽວ​ກັນສອງ​ຝ່າຍ​ກໍ​ເນັ້ນວ່າ​ຈະ​​ເລັ່ງ​ຂະ​ບວນການກະກຽມ​ຢ່າງສ້າ​ງສັນ​ໂດຍ​ໄວ ​ເພື່ອ​ຮັບປະກັນ​ໃຫ້ການ​ພົບ​ປະ​ເຈລະຈາ​ລະຫວ່າງ​ຜູ້ນຳ​ຈີນ​ແລະ​ສະຫະພາບ​ເອີຣົບຄັ້ງ​ທີ 19 ປະສົບ​ຜົນສຳ​ເລັດ​.

ນອກ​ນີ້,ສອງ​ຝ່າຍ​ຍັງ​ເຫັນ​ດີ​ຈະ​ເພີ່ມ​ທະວີ​ການ​ພົວພັນ​ແລະ​​ປະສານ​ງານ​ໃນບັນຫາໂລກ, ສືບ​ຕໍ່​ຊຸກຍູ້​ການປັບປຸງ​ການ​ຄຸ້ມ​ຄອງ​​ໂລກ​ໃຫ້​ດີ​ຂຶ້ນ, ນຳພາຍຸກ​ໂລກາ​ພິວັດ​​ໃຫ້ພັດທະນາ​ໄປ​ຕາມ​ທິດ​ກວມ​ລວມ,ດຸ່ນດ່ຽງ​ແລະ​​ຍືນ​ຍົງ. ທັງ​ຍິນ​ດີ​ຮ່ວມ​ກັນສຸມ​ທຸກ​ຄວາມ​ພະຍາຍາມ​ຊຸກຍູ້​ກອງ​ປະຊຸມ​ສຸດ​ຍອດ​ຮຳ​ເບີກ​ຜູ້ນຳ​ກຸ່ມ 20 ປະ​ເທດ​​ໃຫ້ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃໝ່​ບົນ​ພື້ນຖານ​ກອງ​ປະຊຸມ​ສຸດ​ຍອດ​ຮາງ​ໂຈ່​ວ​​ເມື່ອ​ປີຜ່ານມາ. ຂະນະ​ດຽວ​ກັນ​ກໍ​ເຫັນ​ດີ​ຮ່ວມ​ກັນ​ຊຸກຍູ້​ການຈັດ​ຕັ້ງ​ປະ​ຕິ​ບັດ​ສັນຍາ​ປາຣີກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ຊຸກຍູ້​ການຈັດ​ຕັ້ງ​ປະຕິບັດ​ວາລະ​ກອງປະຊຸມ​ການ​ພັດທະນາແບບຍືນຍົງປີ 2030​ແລະເພີ່ມທະວີການຮ່ວມມືໃນຂົງເຂດຄວາມໝັ້ນຄົງຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ