ສປຊ ຮັບຮອງ​ການ​ແຕ່ງ​ຕັ້ງ​ທ່ານ ອາ​ຊິ​ມ ສ​ເຕ​ເນ ດຳລົງ​ຕຳ​ແໜ່​ງຫົວໜ້າ​​​ UNDP
2017-04-20 11:07:24  cri 
ວັນ​ທີ 19 ​ເມສາ​ນີ້, ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ​ໄດ້​ຮັບຮອງ​ເອົາ​ການ​ແຕ່ງ​ຕັ້ງ​ທ່ານ ອາ​ຊິ​ມ ສ​ເຕ​ເນ ​ໃຫ້ດຳລົງ​ຕຳ​ແໜ່​ງຫົວໜ້າ​​ໂຄງການ​ສະຫະ​ປະຊາ​ຊາດ​ເພື່ອ​ການ​ພັດທະນາ​ຫຼື UNDP.

ທ່ານ ສ​ເຕ​ເນ ​ເກີດ​​ເມື່ອ​ປີ 1961, ​​ໃນ​ໄລຍະແຕ່​ປີ 2006 ຫາ​ປີ 2016 ​ໄດ້​ດຳລົງ​ຕຳ​ແໜ່​ງຫົວໜ້າ​ປະຕິ​ດບັດ​ງານ​​ໂຄງການສິ່ງ​ແວດ​ລ້ອມ​ສະຫະ​ປະຊາ​ຊາດ​ຫຼື UNEP, ຫຼັງ​ຈາກ​ນັ້ນ​ໄດ້​ດຳລົງ​ຕຳ​ແໜ່​ງຢູ່​ມະຫາວິທະຍາ​ໄລ​ອ໊ອກ​ໂຟດ. ນອກ​ຈາກ​ນີ້, ຍັງ​ເຄີຍດຳລົງ​ຕຳ​ແໜ່​ງ​ໃນ​ອົງການ​ທີ່​ບໍ່​ຂຶ້ນ​ກັບ​ລັດຖະບານ​ແລະອົງການ​ຈັດ​ຕັ້ງ​ສາກົນ​ຫຼາຍ​ແຫ່ງ​ຂອງ​ໂລກ.

​​ໂຄງການ​ສະຫະ​ປະຊາ​ຊາດ​ເພື່ອ​ການ​ພັດທະນາ​ຫຼື UNDP​ ​ໄດ້​ສ້າງ​ຕັ້ງ​ຂຶ້ນ​ເມື່ອ​ປີ 1965, ​ແມ່ນ​ອົງການ​ຊ່ວຍ​ເຫຼືອລ້າຫຼາຍ​ຝ່າຍ​ທີ່​ໃຫຍ່​ທີ່​ສຸດ​ຢູ່ໃນ​ລະບົບ​ການ​ພັດທະນາ​ຂອງ​ສະຫະ​ປະຊາ​ຊາດ ​ໂດຍ​ມີອາຍຸ​ການ​ປະຕິບັດ​ໜ້າ​ທີ່​ 4 ປີ ​ແລະ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ໂດຍ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ແລະ​ຮັບຮອງໂດຍ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ