ທົ່ງຊາ​ "ຄຳ​ຂຽວ" ແຂວງ​ຢຸນນານ
2017-04-20 15:28:39  cri 


ຕາມ​ຂ່າວCRI: ​ແຂວງ​ຢຸນນານ​ຕັ້ງ​ຢູ່​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນມີ​ຊາຍ​ແດນຕິດ​ກັບ​ມຽນມາ,ລາວ​ແລະ​ຫວຽດນາມ. ຢູ່​ທີ່​ນີ້​ມີ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ ​ຫຼາຍ​ທີ່​ສຸດ​ໃນ​ທົ່ວ​ປະ​ເທດ ​ເຊິ່ງຕາມ​ຂໍ້​ມູນ​​ທາງ​ການ, ​ໃນທົ່ວ​ປະ​ເທດທີ່ມີ​ 56 ຊົນ​ເຜົ່ານັ້ນ,ຊົນ​ເຜົ່າ​ສ່ວນ​ໜ້ອຍ​ທີ່ດຳລົງ​ຊີວິດຢູ່​ແຂວງ​ຢຸນນານມີ​ເຖິງ 26 ຊົນ​ເຜົ່າ.


​ແຂວງ​ຢຸນນານ​ໄດ້​ຮັບ​ຄວາມ​ນິຍົມຈາກ​ນັກ​ທ່ອງ​ທ່ຽວ​​ເປັນຈຳນວນ​ຫຼາຍ​ຍ້ອນ​ດິນ​ຟ້າ​ອາກາດຄ້າຍຄື​ຕ່າງປະ​ເທດ​ແລະ​ມີທິວທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ. ​ແນວ​ໃດ​ກໍ​ດີ ຖ້າ​ທ່ານ​ມັກດື່ມຊາ, ​ຊາ​ທີ່​ທ່ານດື່ມກໍ​ອາດ​ຈະ​ມາ​ຈາກເຂດ​ດັ່ງກ່າວ. ​ເມືອງ​ຜູ້​ເອີ​ເຊິ່ງ​ເມືອງ​ນີ້ຫ່າງ​ຈາກ​ເມືອງ​ຄຸນ​ໝິງ ​ເທດສະບານແຂວງ​ຢຸນນານ 500 ​ກິ​ໂລ​ແມັດນັ້ນ​ຖື​ວ່າ​ເປັນ​ເມືອງ​ທີ່​ມີ​ຕົ້ນຊາ​ທີ່​ຫາ​ຍາກ​ຫຼາຍ​ຊະນິດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ