ລະຄອນທ້າວກຳພ້າ ກັບ ນາງງາ ສ້າງຄວາມປະທັບໃຈໃຫ້ກັບມວນຊົນ.
2017-04-20 16:42:29  cri 

 ໃນຕອນຄໍ່າວັນ​​ທີ 19 ​ເມສາ​ນີ້, ​ທີ່​ຫໍ​ວັດທະນະທຳ​ແຫ່ງ​ຊາດ ນະ​ຄອນ​ຫລວງ​ວຽງຈັນ ກະຊວງ​ຖະ​ແຫຼງຂ່າວ, ວັດທະນະທໍາ ​ແລະ ທ່ອງ​ທ່ຽວ (ຖວທ) ຮ່ວມ​ກັບ ບໍລິສັດ ຊາຍນາແມ່ຂອງສາກົນ ຈຳກັດ ແຫ່ງ ສປ ຈີນ ໄດ້ຈັດ​ງານ​ສະ​ແດງ​ລະຄອນ​ເວທີ ​ເລື່ອງ ກໍາ​ພ້າ ​ກັບ​ ນາງ​ງາ, ​ໂດຍ​ການເຂົ້າຮ່ວມຂອງ​ທ່ານ ບໍ່ແສງຄໍາ ວົງດາລາ ລັດຖະມົນຕີ ກະຊວງຖະແຫຼງຂ່າວວັດທະນະທໍາ ແລະ ທ່ອງທ່ຽວ, ຜູ້ຕາງໜ້າສະຖານທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ພ້ອມ​ດ້ວຍການນຳພັກ-ລັດ, ແຂກຜູ້ມີກຽດທັງພາຍໃນ ແລະ ຕ່າງປະເທດ,​ ມວນ​ຊົນຊາວ​ນະຄອນຫລວງ​ວຽງຈັນ ​ເຂົ້າ​ຮ່ວມ​ຮັບ​ຊົມຢ່າງ​ຫລວງຫລາຍ.
 
   ທ່ານ ຄຳພວງ ອິນທະວົງສີ ຫົວໜ້າກົມສິລະປະການສະແດງ ກ່າວວ່າ: ໂດຍອີງໃສ່ການຮ່ວມມື ດ້ານວັດທະນະທຳ ລະຫວ່າງ ກະຊວງ​ ຖວທ ລາວ ກັບ ບໍລິສັດ ຊາຍນາແມ່ຂອງສາກົນ ຈຳກັດ ແຫ່ງ ສປ ຈີນ, ກ່ຽວກັບການອະນຸລັກ, ຊຸກຍູ້ສົ່ງເສີມ ແລະ ພັດທະນາວຽກງານສີລະປະວັດທະນະທຳລາວ ໃຫ້ມີຄວາມຍືນຍົງ. ສັນຍາຮ່ວມມືດ້ານວັດທະນະທຳ ລະຫວ່າງ ກະຊວງ ຖວທ ລາວ ກັບ ບໍລິສັດ ຊາຍນາແມ່ຂອງສາກົນ ຈຳກັດ ແຫ່ງ ສປ ຈີນ, ໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ ເດືອນ ຕຸລາ 2016 ເປັນຕົ້າມາ, ເບື້ອງຕົ້ນທາງ ບໍລິສັດ ຊາຍນາແມ່ຂອງສາກົນ ຈຳກັດ ແຫ່ງ ສປ ຈີນ, ກໍ່ໄດ້ນໍາເອົານັກສະແດງຄົນລາວໄປຝຶກອົບຮົມຢູ່ແຂວງ ຊານຊີ ສປ ຈີນ ຈຳນວນ 50 ຄົນ ໃຊ້ເວລາຝຶກອົບຮົມ 45 ມື້, ໄປພ້ອມໆກັບວຽກງານຝຶກອົບຮົມ ທາງ ບໍລິສັດ ຊາຍນາແມ່ຂອງສາກົນ ຈຳກັດ ໂດຍໄດ້ຮັບການຕົກລົງເຫັນດີຈາກກະຊວງ ຖວທ ໄດ້ຄັດເລືອກບົດເລື່ອງ ກໍາພ້າ-ນາງງາ ຊຶ່ງແມ່ນນິທານພື້ນເມືອງລາວມາແຕ່ດຶກດຳບັນ, ລະຄອນເລື່ອງນີ້ໄດ້ພັນລະນາເຖິງ ການຕໍ່ສູ້ລະຫວ່າງ ຄວາມເປັນທຳ ແລະ ອະທຳ, ສອງແສງໃຫ້ເຫັນມູນເຊື້ອ ສີລະປະວັດທະນະທຳອັນອຸດົມສົມບູນຂອງປະຊາຊົນບັນດາເຜົ່າ ມາສ້າງເປັນລາຍການສະແດງ ເຊິ່ງລາຍການສະແດງປະກອບມີ 6 ສາກ ເຊິ່ງ​ແຕ່​ລະ​ສາກ​ລ້ວນ​ແຕ່​ເປັນ​ສາກ​ທີ່​ຍິ່ງ​​ໃຫຍ່ອາລັງ​ການ ສ້າງ​ຄວາມ​ມ່ວນ​ຊື່ນ ​ແລະ ປະ​ທັບ​ໃຈ​ໃຫ້​ກັບ​ບັນດາ​ຜູ້​ເບິ່ງ​ຜູ້​ຊົມ​ເປັນ​ຢ່າງ​ດີ ໃຊ້ເວລາສະແດງທັງໝົດ 90 ນາທີ, ມີນັກສະແດງເຂົ້າຮ່ວມສະແດງທັງໝົດ 100 ຄົນ ນັກສະແດງດັ່ງກ່າວ ໄດ້ມາຈາກນັກສະແດງຂອງ ສປປ ລາວ 50 ຄົນ ແລະ ນັກສະແດງຈາກ ສປ ຈີນ 50 ຄົນ, ນອກນີ້ ຍັງໄດ້ປະກອບລະບົບແສງສີສຽງທີ່ທັນສະໄໝ ແລະ ປະກອບອຸປະກອນຮັບໃຊ້ການສະແດງ ຕາມເນື້ອງເລື່ອງ ແລະ ຄວາມຕ້ອງການຢ່າງຄົບຖ້ວນ.
  
   ທ່ານກ່າວຕື່ມວ່າ: ການສະແດງຄັ້ງນີ້ເປັນຄັ້ງທໍາອິດ ແລະ ເປັນຄັ້ງປະຫວັດສາດ ເຊິ່ງລາວບໍ່ເຄີຍມີມາກ່ອນ ໃນຮູບແບບການສະແດງແບບນີິ້, ແຕ່ເຖິງຢ່າງໃດກໍ່ຕາມ ການສະແດງຄັ້ງນີ້ ຈະເປັນການປູກຈິດສຳນຶກອັນໃຫມ່ໃນສາຍຕາຂອງປະຊາຊົນ ຫວັງວ່າການສະແດງຄັ້ງນີ້ ຈະເປັນການເຜີຍແຜ່ວັດທະນະທຳອັນດີງາມຂອງຊາດລາວຕໍ່ສາກົນ ແລະ ປະກອບສ່ວນດຶງດູດເອົານັກທ່ອງທ່ຽວ ເຂົ້າມາທ່ຽວໃນປະເທດລາວ ໃຫ້ນັບມື້ນັບຫລາຍຂຶ້ນ.

1 2 3 4 5
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ