ໃນຕອນຄໍ່າວັນທີ 19 ເມສານີ້, ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫລວງວຽງຈັນ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ຮ່ວມກັບ ບໍລິສັດ ຊາຍນາແມ່ຂອງສາກົນ ຈຳກັດ ແຫ່ງ ສປ ຈີນ ໄດ້ຈັດງານສະແດງລະຄອນເວທີ ເລື່ອງ ກໍາພ້າ ກັບ ນາງງາ, ໂດຍການເຂົ້າຮ່ວມຂອງທ່ານ ບໍ່ແສງຄໍາ ວົງດາລາ ລັດຖະມົນຕີ ກະຊວງຖະແຫຼງຂ່າວວັດທະນະທໍາ ແລະ ທ່ອງທ່ຽວ, ຜູ້ຕາງໜ້າສະຖານທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ພ້ອມດ້ວຍການນຳພັກ-ລັດ, ແຂກຜູ້ມີກຽດທັງພາຍໃນ ແລະ ຕ່າງປະເທດ, ມວນຊົນຊາວນະຄອນຫລວງວຽງຈັນ ເຂົ້າຮ່ວມຮັບຊົມຢ່າງຫລວງຫລາຍ.
ທ່ານ ຄຳພວງ ອິນທະວົງສີ ຫົວໜ້າກົມສິລະປະການສະແດງ ກ່າວວ່າ: ໂດຍອີງໃສ່ການຮ່ວມມື ດ້ານວັດທະນະທຳ ລະຫວ່າງ ກະຊວງ ຖວທ ລາວ ກັບ ບໍລິສັດ ຊາຍນາແມ່ຂອງສາກົນ ຈຳກັດ ແຫ່ງ ສປ ຈີນ, ກ່ຽວກັບການອະນຸລັກ, ຊຸກຍູ້ສົ່ງເສີມ ແລະ ພັດທະນາວຽກງານສີລະປະວັດທະນະທຳລາວ ໃຫ້ມີຄວາມຍືນຍົງ. ສັນຍາຮ່ວມມືດ້ານວັດທະນະທຳ ລະຫວ່າງ ກະຊວງ ຖວທ ລາວ ກັບ ບໍລິສັດ ຊາຍນາແມ່ຂອງສາກົນ ຈຳກັດ ແຫ່ງ ສປ ຈີນ, ໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ ເດືອນ ຕຸລາ 2016 ເປັນຕົ້າມາ, ເບື້ອງຕົ້ນທາງ ບໍລິສັດ ຊາຍນາແມ່ຂອງສາກົນ ຈຳກັດ ແຫ່ງ ສປ ຈີນ, ກໍ່ໄດ້ນໍາເອົານັກສະແດງຄົນລາວໄປຝຶກອົບຮົມຢູ່ແຂວງ ຊານຊີ ສປ ຈີນ ຈຳນວນ 50 ຄົນ ໃຊ້ເວລາຝຶກອົບຮົມ 45 ມື້, ໄປພ້ອມໆກັບວຽກງານຝຶກອົບຮົມ ທາງ ບໍລິສັດ ຊາຍນາແມ່ຂອງສາກົນ ຈຳກັດ ໂດຍໄດ້ຮັບການຕົກລົງເຫັນດີຈາກກະຊວງ ຖວທ ໄດ້ຄັດເລືອກບົດເລື່ອງ ກໍາພ້າ-ນາງງາ ຊຶ່ງແມ່ນນິທານພື້ນເມືອງລາວມາແຕ່ດຶກດຳບັນ, ລະຄອນເລື່ອງນີ້ໄດ້ພັນລະນາເຖິງ ການຕໍ່ສູ້ລະຫວ່າງ ຄວາມເປັນທຳ ແລະ ອະທຳ, ສອງແສງໃຫ້ເຫັນມູນເຊື້ອ ສີລະປະວັດທະນະທຳອັນອຸດົມສົມບູນຂອງປະຊາຊົນບັນດາເຜົ່າ ມາສ້າງເປັນລາຍການສະແດງ ເຊິ່ງລາຍການສະແດງປະກອບມີ 6 ສາກ ເຊິ່ງແຕ່ລະສາກລ້ວນແຕ່ເປັນສາກທີ່ຍິ່ງໃຫຍ່ອາລັງການ ສ້າງຄວາມມ່ວນຊື່ນ ແລະ ປະທັບໃຈໃຫ້ກັບບັນດາຜູ້ເບິ່ງຜູ້ຊົມເປັນຢ່າງດີ ໃຊ້ເວລາສະແດງທັງໝົດ 90 ນາທີ, ມີນັກສະແດງເຂົ້າຮ່ວມສະແດງທັງໝົດ 100 ຄົນ ນັກສະແດງດັ່ງກ່າວ ໄດ້ມາຈາກນັກສະແດງຂອງ ສປປ ລາວ 50 ຄົນ ແລະ ນັກສະແດງຈາກ ສປ ຈີນ 50 ຄົນ, ນອກນີ້ ຍັງໄດ້ປະກອບລະບົບແສງສີສຽງທີ່ທັນສະໄໝ ແລະ ປະກອບອຸປະກອນຮັບໃຊ້ການສະແດງ ຕາມເນື້ອງເລື່ອງ ແລະ ຄວາມຕ້ອງການຢ່າງຄົບຖ້ວນ.
ທ່ານກ່າວຕື່ມວ່າ: ການສະແດງຄັ້ງນີ້ເປັນຄັ້ງທໍາອິດ ແລະ ເປັນຄັ້ງປະຫວັດສາດ ເຊິ່ງລາວບໍ່ເຄີຍມີມາກ່ອນ ໃນຮູບແບບການສະແດງແບບນີິ້, ແຕ່ເຖິງຢ່າງໃດກໍ່ຕາມ ການສະແດງຄັ້ງນີ້ ຈະເປັນການປູກຈິດສຳນຶກອັນໃຫມ່ໃນສາຍຕາຂອງປະຊາຊົນ ຫວັງວ່າການສະແດງຄັ້ງນີ້ ຈະເປັນການເຜີຍແຜ່ວັດທະນະທຳອັນດີງາມຂອງຊາດລາວຕໍ່ສາກົນ ແລະ ປະກອບສ່ວນດຶງດູດເອົານັກທ່ອງທ່ຽວ ເຂົ້າມາທ່ຽວໃນປະເທດລາວ ໃຫ້ນັບມື້ນັບຫລາຍຂຶ້ນ.