ເວລາ 19 ​ໂມງ 41 ນາທີ​ຂອງ​ວັນ​ທີ 20 ​ເມສາ​ນີ້ກຽມ​ຍິງ​ສົ່ງ​ຍານ​ອະວະກາດ "ຖ່ຽນ​ໂຈ​ວໜຶ່ງ"
2017-04-20 11:10:13  cri 
ຕາມ​ຂ່າວສານ​ຊິນ​ຮວາ: ຫ້ອງການ​ໂຄງການ​ການບິນ​ອະວະກາດ​ບັນທຸກ​ຄົນ​ຈີນ​ເປີດ​ເຜີຍ​ວ່າ, ຫຼັງ​ຄະນະ​ຮັບຜິດຊອບ​ຫ້ອງ​ທົດ​ລອງ​ອະວະກາດ​​ໄດ້ຄົ້ນຄວ້າ​ພິຈາລະນາ​ແລ້ວຈິ່ງ​ຕົກລົງ​ຈະ​ຍິງ​ສົ່ງ​ຍານ​ອະວະກາດຂົນ​ສົ່ງ "ຖ່ຽນ​ໂຈ​ວ​​ໜຶ່ງ" ​ໃນ​ເວລາ 19 ​ໂມງ 41 ນາທີຂອງ​ວັນ​ທີ 20 ​ເມສາ​ນີ້.

ພາຍຫຼັງ​ຍານ​ອະວະກາດຂົນ​ສົ່ງ​ "ຖ່ຽນ​ໂຈ​ວ​ເລກ​ໜຶ່ງ" ຂຶ້ນ​ສູ່​ອະວະກາດ​ແລ້ວ ຈະ​ໝູນ​​ໃນ​ວົງ​ໂຄຈອນ​ທີ່​ສູງ​ເຖິງ 380 ກິ​ໂລ​ແມັດ ​ແລ້ວ​ຈະ​ເຊື່ອມ​ຕໍ່​ກັບ​ຫ້ອງ​ທົດ​ລອງ​ອະວະກາດ "ຖ່ຽນກຸ່ງ​ເລກ" ທີ່​ໝູນຢູ່​ໃນ​ວົງ​ໂຄຈອນ​ຢ່າງ​ອັດຕະ​ໂນ​ມັດ.

"ຖ່ຽນ​ໂຈ​ວ​ໜຶ່ງ" ​ມີໜ້າ​ທີ່​ຕົ້ນຕໍ​ຄື ​ຂົນ​ສົ່ງ​ເຄື່ອງ​ໄປ​ໃຫ້ "ຖ່ຽນກຸ່ງ​ສອງ" ​ໂດຍ​ເຄື່ອງ​ເຫຼົ່າ​ນີ້​ນອກຈາກ​ຂົນ​ສົ່ງ​ອຸປະກອນ​ຈຳ​ເປັນ​ຕ່າງໆ​​ເພື່ອ​ການ​ເຮັດ​ໜ້າ​ທີ່ຂອງ ຍານ​ອະວະກາດ"ຖ່ຽນ​ກຸ່ງ​ສອງ"​ແລ້ວ, ຍັງບັນທຸກ​ອຸປະກອນ​ທົດ​ລອງ​ອະວະກາດ​ຕ່າງໆ  ​ໄດ້​ຫຼາຍ​ກວ່າ 6 ​ໂຕນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ