ຢຸນນານກັບປະ​ເທດ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ປະສົບຜົນສຳ​ເລັດ​ເບື້ອງ​ຕົ້ນ​ໃນການ​ຮ່ວມ​ມື​ດ້ານ​ຄວາ​ມສາມາດ​ການ​ຜະລິດ
2017-04-20 11:11:08  cri 
ຕາມ​ຂ່າວສານ​ຈີນ: ທ່ານ​ຫຼິວຢິງ ຮອງ​ຫົວໜ້າ​ຄະນະ​ກຳມະການ​ພັດທະນາ​ແລະ​ປະຕິ​ຮູບ​ແຂວງ​ຢຸນນານ​ໄດ້​ເປີດ​ເຜີຍ​ໃນ​ກອງ​ປະຊຸມ​ສົ່ງ​ເສີມ​ການ​ຮ່ວມ​ມື​ດ້ານ​ຄວາມ​ສາມາດ​ການ​ຜະລິດ​ສາກົນ​ແຂວງ​ຢຸນນານ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 19 ​ເມສາ​ນີ້​ວ່າ, ຈາກ​ຄວາມ​ພະຍາຍາມ​ຮ່ວມ​ຂອງ​ຝ່າຍ​ຕ່າງໆ, ການ​ຮ່ວມ​ມື​ດ້ານ​ຄວາມ​ສາມາດ​ການ​ຜະລິດລະຫວ່າງແຂວງ​ຕົນກັບປະ​ເທດ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ໄດ້​ຮັບ​ໝາກຜົນ​​ໃນເບື້ອງ​ຕົ້ນ.

ທ່ານ​ຫຼິວຢິງກ່າວ​ຕື່ມ​ວ່າ, ​ໃນ​ຫຼາຍ​ປີ​ມໍ່ໆ​ມາ​ນີ້, ​ແຂວງ​ຢຸນນານ​ໄດ້​ຕັ້ງໜ້າ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ຄວາມ​ສາມາດ​ການ​ຜະລິດ​ກັບປະ​ເທດ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ໂດຍມາ​ຮອດ​ທ້າຍ​ປີ 2016, ມີ 680 ວິ​ສາ​ຫະກິດຂອງ​ແຂວງ​ຕົນ​ໄປ​ລົງທຶນ​ຢູ່​ຕ່າງປະ​ເທດ​ ​ແລະ​ມີ​ມູນ​ຄ່າ​ການ​ລົງທຶນ​ເຖິງ 7 ຕື້ 400 ​ລ້ານ​ໂດ​ລາ.

ປັດຈຸບັນ, ​ແຂວງ​ຢຸນນານ​ໄດ້​​ຮ່ວມ​ມື​ດ້ານ​ຄວາມ​ສາມາດ​ການ​ຜະລິດ​ກັບຫຼາຍ​ປະ​ເທດ ​ເຊັ່ນ: ລາວ, ມຽນມາ, ຫວຽດນາມ, ບັງ​ກຣາ​ເດັດ, ກຳປູ​ເຈຍ ​ແລະ​ອື່ນໆ. ​ໃນ​ນັ້ນ, ສູນ​ການ​ຄ້າ​ວຽງ​ຈັນ​ເຊັນ​ເຕີ, ​ເຂດ​ພັດທະນາ​ກວມ​ລວມ​ໄຊ​ເສດ​ຖາ, ​ໂຄງການ​ອາ​ລຸຍ​ນຽມ 1 ລ້ານ​ໂຕນ​ຕໍ່​ປີ​ຂອງ​ລາວ ​ແລະ​ອີກ​ຫຼາຍໆ​ໂຄງການ​ລ້ວນ​ແຕ່​ເຂົ້າ​ສູ່​ໄລຍະ​ປະຕິບັດ​ຕົວ​ຈິງ​ແລ້ວ. ສະໜາມ​ບິນ​ອັງ​ກໍ​ເມືອງ​ຊຽມລຽບ​ປະ​ເທດ​ກຳປູ​ເຈຍ, ​ເຂດອຸດສາຫະກຳ​ເຂດ​ເສດຖະກິດ​ພິ​ເສດ ແລະ​ທ່າ​ກຳ​ປັ່ນ​ນ້ຳ​ເລິກ​ເມືອງຄິວ​ພິວປະ​ເທດ​ມຽນມາ ​ແລະ​ອີກ​ຫຼາຍ​ໂຄງການ​ກໍ​ໄດ້​ຈັດ​ຕັ້ງ​ປະຕິບັດ​ຢ່າງ​ສະດວກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ