ສະພາ​ແຫ່ງ​ຊາດ​ອັງກິດຮັບຮອງໃຫ້​ຈັດການ​ເລືອກ​ຕັ້ງ​ທົ່ວ​ໄປ​ກ່ອນກຳນົດ
2017-04-20 11:13:12  cri 
ຕາມ​ຂ່າວສານ​ຊິນ​ຮວາ: ສ​ະພາ​ຕ່ຳ​ອັງກິດ​ໄດ້ລົງ​ຄະ​ແນ​ນສຽງ​ໃນ​ວັນ​ທີ 19 ​ເມສາ​ນີ້ ​ໂດຍ​ເຫັນ​ດີ​ໃຫ້​ຈັດການ​ເລືອກ​ຕັ້ງ​ທົ່ວ​ໄປ​ກ່ອນ​​ກຳນົດ​ດ້ວຍ​ສຽງ​ສ່ວນ​ຫຼາຍ ​ໃນ​ວັນ​ທີ 8 ມິຖຸນາ​ທີ່​ຈະ​ມາ​ເຖິງ​ນີ້.

ສະພາ​ຕ່ຳ​ອັງກິດ​ໄດ້ພິຈາລະນາ​ຂໍ້​ສະ​ເໜີ​ດັ່ງກ່າວ​ທີ່​ສ​ະ​ເໜີ​ໂດຍ​ທ່ານ​ນາງ ​ເທ​ເຣຊາ ​​ເມ ນາຍົກລັດຖະມົນຕີ ​ແລະ​ຕົກລົງ​ດ້ວຍ 552 ສຽງສະໜັບສະໜູນ ​ແລະ 13 ສຽງ​ຄັດຄ້ານ. ​ ​ຕາມ​ການ​ກຳນົດ, ພາຍຫຼັງ​ໄດ້​ຮັບ​ສຽງ​ສະໜັບສະໜູນ 2 ສ່ວນ 3 ຈາກ​ສະພາ​ຕ່ຳ, ອັງກິດ​ກໍ​ຈະ​ສາມາດ​ຈັດການ​ເລືອກ​ຕັ້ງ​ທົ່ວ​ໄປ​ກ່ອນ​ເວລາ​ກຳນົດ ​ໂດຍ​ບໍ່​ຕ້ອງ​ຜ່ານ​ການ​ອະ​ນຸມັດ​ຂອງ​ສະພາ​ສູງ.

​ທ່ານ​ນາງ​ເທ​ເຣຊາ ​ເມ ຊີ້​ແຈງກ່ອນ​ການ​ລົງ​ຄະ​ແນນ​ສຽງວ່າ, ການ​ເລືອກ​ຕັ້ງ​ທົ່ວ​ໄປກ່ອນ​ກຳນົດ​ຈະ​ຊ່ວຍ​ໃຫ້​ອັງກິດ​ຖອນ​​ອອກ​ຈາກສະຫະພາບ​ເອີ​ລົບ​ຢ່າງ​ສຳ​ເລັດ​ຜົນ ​ແລະ​ນຳ​ເອົາ​ຄວາມ​ໝັ້ນຄົງ​ຖາວອນ​ມາ​ສູ່​ປະ​ເທດ​ຕົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ