ປີຜ່ານມາຈີນຍັງ​ຄົງ​ຄອງ​ອັນ​ດັບ 1ຂອງ​ໂລກ​ໃນ​ການ​ຂໍ​ຂຶ້ນສິດທິ​ບັດ​ປະດິດ​ສ້າງ
2017-04-21 11:00:38  cri 
​ເວທີ​ປຶກສາ​ຫາລື​ຂັ້ນ​ສູງປົກ​ປ້ອງຊັບ​ສິນ​ທາງ​ປັນຍາ​ຈີນ 2017 ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 20 ​ເມສາ​ນີ້​ແຈ້ງ​ໃຫ້​ຊາບ​ວ່າ: ປີ 2016 ຜ່ານ​ມາ, ຍອດ​ປະລິມານ​ການ​ຂໍ​ຂຶ້ນ​ສິດທິ​ບັດ​ປະດິດ​ສ້າງ​ຂອງ​ຈີນ​ບັນລຸ​ເຖິງ 1 ລ້ານ​ສະບັບ ​ແລະຈາກ​ນີ້ຈິ່ງ​ເຮັດ​ໃຫ້​ຈີນສືບ​ຕໍ່​ຄອງ​ອັນ​ດັບ 1 ຂອງ​ໂລກ​​​. ທ່ານ​ນາງ​ຫວາງ​ປິ່ນ​ຢິງ ຮອງ​ຜູ້ອຳນວຍການ​ໃຫຍ່​ອົງການ​ຊັບ​ສິນ​ທາງ​ປັນຍາ​ໂລກ​ເປີດ​ເຜີຍໃນ​ເວທີ​ປຶກສາ​ຫາລື​ຄັ້ງ​ນີ້​ວ່າ: ປີ 2016 ຜ່ານ​ມາ, ​ໃນ​ບົດ​ລາຍ​ງານ​ດັດຊະນີ​ປະດິດ​ສ້າງ​ທົ່ວ​ໂລກ​ທີ່​ເປີດ​ເຜີຍ​ໂດຍ​ອົງການ​ຊັບ​ສິນ​ທາງ​ປັນຍາ​ໂລກຊີ້​ໃຫ້​ເຫັນ​ວ່າ​ຈີນ​ຢູ່​ໃນອັນ​ດັບ​ຕົ້ນ​ໃນ​ການຈັດ​ອັນ​ດັບປະລິມານການ​ຂໍ​ຂຶ້ນສິດທິ​ບັດ​ປະດິດ​ສ້າງ ​ເຊິ່ງ​ເປັນ​ການສ້າງ​ສະຖິຕິ​​ໃໝ່ໃນ​ປະຫວັດສາດ,ສ່ວນ​ປະລິມານ​ການ​ຂໍ​ຂຶ້ນ​ລົງທະບຽນ​ເຄື່ອງໝາຍ​ສິນຄ້າ​ຂອງ​ຈີນ​ໃນ​ປີຜ່ານມາກໍບັນລຸ​ເຖິງ 3 ລ້ານ 6 ​ແສນ 9 ໝື່ນ​ສະບັບ ​ເຊິ່ງກວມ​ເອົາ 1/3 ຂອງ​ທົ່ວ​ໂລກ ​ແລະ​ສືບ​ຕໍ່​ຄອງ​ອັນ​ດັບ 1 ​ໃນ​​ໂລກ​ເປັນ 14 ປີຕິດ​ຕໍ່​ກັນ.

ດັດຊະນີປະດິດ​ສ້າງ​ທົ່ວ​ໂລກ​ທີ່​ເປີດ​ເຜີ​ບ​ໂດຍ​ອົງການ​ຊັບ​ສິນ​ທາງ​ປັນຍາ​ໂລກ​ສະ​ແດງ​ໃຫ້​ເຫັນ​ວ່າ ຈີນ​ຢູ່​ໃ​ນອັນ​ດັບ​ 25 ສົ່ງ​ຜົນ​ເຮັດ​ໃຫ້​ກາຍ​ເປັນ​ປະ​ເທດ​ທີ່​ມີ​ລາຍ​ຮັບ​ລະດັບປານກາງ​ປະ​ເທດ​ທຳ​ອິດ​ທີ່​ຂຶ້ນອັນ​ດັບ​ແຕ່ 1 – 25 ​ເຊິ່ງ​ໄດ້​ທຳລາຍ​ສະຖິຕິ​ທີ່​ປະ​ເທດ​ທີ່​ມີ​ລາຍຮັບສູງຢູ່ແຖວໜ້າຂອງການຈັດອັນດັບດັດຊະນີດັ່ງກ່າວມາ​ເປັນເວລາດົນນານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ