ບັນດາ​ປະ​ເທດ​ລຽບ​ຕາມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"ພ້ອມຮັບ​ມື​ກັບ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ
2017-04-21 17:32:08  cri 
ພິທີ​ເປີດ​ຊຸດ​ຝຶກ​ອົບຮົມ​​ໃຫ້​ແກ່​ເຈົ້າ​ໜ້າ​ທີ່​ກ່ຽວຂ້ອງ​ຂອງບັນດາ​ປະ​ເທດ​ລຽບ​ຕາມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"​ເພື່ອຮັບ​ມື​ກັບ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ​ເຊິ່ງກົມ​ຮັບ​ມື​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ​ຂອງ​ຄະນະ​ກຳມະການ​ພັດທະນາ​ແລະ​ປະຕິ​ຮູບ​ແຫ່ງ​ລັດ​ຈີນ​ເປັນ​ເຈົ້າພາບ​ນັ້ນ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 20 ​ເມສາ​ນີ້.

ທ່ານ​ທຽນ​ເສິງ​ສວນ ພະນັກງານອາວຸໂສກົມ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ​ຂອງ​ຄະນະ​ກຳມະການ​ການ​ພັດທະນາ​​ແລະ​ປະຕິ​ຮູບ​ແຫ່ງ​ລັດ​ຈີນ​ກ່າວ​ໃນ​ພິທີ​ດັ່ງກ່າວ​ວ່າ: ບັນຫາ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ​ເປັນ​ສິ່ງ​ທ້າ​ທາຍ​​ໃຫຍ່​ທີ່​ມວນ​ມະນຸດຜະ​ເຊີນ​ທັງໃນ​ການ​ຄົງ​ຕົວ​ແລະການ​ພັດທະນາ​ໃນ​ປັດຈຸບັນ ​ເຊິ່ງປະຊາ​ຄົມ​ໂລກ​ຕ້ອງ​ໄດ້​ຮ່ວມ​ມື​ກັນ​ເພື່ອ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍດັ່ງກ່າວ. ສຳລັບ​ບັນດາ​ປະ​ເທດ​ທີ່ຢູ່​ລຽບ​ຕາມ​ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ", ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ​ເປັນ​ຫົວ​ຂໍ້ທີ່​ຕ້ອງ​ໄດ້​ປຶກສາ​ຫາລື​ຮ່ວມ​ກັນ ທັງ​ເປັນ​ເນື້ອ​ໃນ​ສຳຄັນ​ໃນ​ການ​ຮ່ວມ​ມື​ສາກົນ.

ຂ່າວ​ແຈ້ງວ່າ: ຊຸດ​ຝຶກ​ອົບຮົມ​ດັ່ງກ່າວ​ຈະ​ດຳ​ເນີນ​ເປັນ​ເວລາ 2 ອາທິດ​ໂດຍເຈົ້າ​ໜ້າ​ທີ່,ຊ່ຽວຊານ​ດ້ານ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ 30 ທ່ານ​ຈາກ 18 ປະ​ເທດ​ເປັນ​ຕົ້ນ ລາວ,ສະຫະລັດ​ອາຣັບ​ເອມີ​ເຣດ, ​ເອທີ​ໂ​ອປີ,ປາ​ກິ​ສະຖານ,ຟີ​ລິບ​ປິນ, ກຳປູ​ເຈຍ, ມຽນມາ,ຕາ​ຊີ​ກິ​ສຖານ,​ໄທ,ກາ​ຊັກ​ສະຖານ,ມາ​ເລ​ເຊຍ​​ແລະ​ປະ​ເທດ​ອື່ນ​ໆເຂົ້າ​ຮ່ວມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ