ລະບົບ​ນຳ​ທາງ​ດາວ​ທຽມ "ເປີ​ຍ​ໂຕ​ວ" ຈີນບຸກຕະຫຼາດຊາ​ອຸ​ດິ ອາຣາບີ
2017-04-21 11:00:52  cri 

ຫ້ອງການ​ຄຸ້ມ​ຄອງ​ລະບົບ​ນຳ​ທາງ​ດາວ​ທຽມ​ຈີນ ​ແລະ ສູນ​ວິທະຍາສາດ​ເຕັກນິກ​ເຈົ້າຊີວິດ​ອາ​ມັດ ບິນ ອັບ​ດູລາ ອາ​ຊິ​ສຊາ​ອຸດິ ອາຣາບີ ​ໄດ້​ເປັນ​ເຈົ້າພາບ​​ຮ່ວມຈັດການ​ສຳມະ​ນາ​​ກ່ຽວ​ກັບລະບົບ​ນຳ​ທາງ​ດາວ​ທຽມ "​ເປີ​ຍ​ໂຕ​ວ" ຢູ່​ນະຄອນຫຼວງລີ​ຢັດ ​​ແຕ່​ວັນ​ທີ 18-19 ​ເມສາ​ນີ້ ​ແລະ​ຖື​ວ່າ​ເປັນ​ຄັ້ງທຳ​ອິດ​ທີ່​ລະບົບ​ນຳ​ທາງ​ດາວ​ທຽມ "​ເປີ​ຍ​ໂຕ​ວ" ຈີນ​ບຸກຕະຫຼາດປະ​ເທດ​ດັ່ງກ່າວ​ຫຼັງມີ​ຄວາມ​ຕ້ອງການນຳ​ໃຊ້ຜະລິດ​ຕະພັນ​ນຳ​ທາງ​ຢ່າງ​ຫຼວງຫຼາຍ.

ທ່ານ​​ເຕີ​ກີ ອານ-ຟາຍ​ຊາວ ຫົວໜ້າ​ສູນ​ວິທະຍາສາດ​ເຕັກນິກ​ເຈົ້າຊີວິດ​ອາ​ມັດ ບິນ ອັບ​ດູລາ ອາ​ຊິ​ສ ​ກ່າວ​ໃນ​ການ​ສຳ​ມະ​ນາ​ດັ່ງກ່າວ​ວ່າ: ການ​ຮ່ວມ​ມື​ກັບ​ຈີນ​ໃນ​ລະບົບ​ເຕັກ​ໂນ​ໂລ​ຊີ​ການ​ນຳ​ທາງ​ດາວ​ທຽມ​ຈະ​ເສີມ​ຂະຫຍາຍ​ບົດບາດ​ສຳຄັນ​ຕໍ່​ປະ​ເທດ​ຕົນ​​ເພື່ອບັນລຸ​ການຫັນປ່ຽນ​ຮູບ​ແບບ​ເສດຖະກິດ ​ແລະ "ວິ​ໄສ​ທັດ​ປີ 2030" ພ້ອມ​ທັງ​ຊຸກຍູ້​ການ​ພັດທະນາ​ໃນ​ຂົງ​ເຂດ​ຕ່າງໆ​​ເປັນຕົ້ນ ​ການຄົ້ນຄວ້າ​ວິທະຍາສາດ, ອຸດສາຫະກຳ, ການ​ຄ້າ, ການ​ຄົມມະນາຄົມ, ກະສິກຳ, ພະລັງງານ, ການບິນ​ພົນລະ​ເຮືອນ, ພື້ນ​ທີ່ທາງ​ພູມ​ສາດ ​ແລະ​ອື່ນໆ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ