ຈີນ​ໝັ້ນ​ໃຈ​ຈະ​ສຳ​ເລັດ​ການ​ຫາລື​ຮ່າງ​ຂອບ "ກົດ​ແຫ່ງ​ການ​ປະພຶດ​ໃນ​ທະ​ເລ​ຈີນ​ໃຕ້"
2017-04-21 11:03:45  cri 

ທ່ານ​ລູ້​ຄ່າງ ​ໂຄສົກ​ກະຊວງ​ການ​ຕ່າງ​ປະ​​ເທດ​ຈີນ ຖະ​ແຫຼງ​ໃນ​ວັນ​ທີ 20 ​ເມສາ​ນີ້​ວ່າ ຈີນ​​ໝັ້ນ​ໃຈ​ຢ່າງ​ເຕັມ​ປ່ຽມທີ່​ຈະ​ສຳ​ເລັດ​ການ​ຫາລື​ຮ່າງ​ຂອບ "ກົດ​ແຫ່ງ​ການ​ປະພຶດ​ໃນ​ທະ​ເລ​ຈີນ​ໃຕ້" ​ພາຍໃນເວລາ 6 ​ເດືອນ​ຕົ້ນຂອງປີ​ນີ້.

ທ່ານ​ລູ້​ຄ່າງ ກ່າວ​ວ່າ: ປັດຈຸບັນ, ຈີນ​ແລະ 10 ປະ​ເທດ​ໃນ​ອາ​ຊຽນພວມ​ສຸມ​ໃສ່​ຈັດຕັ້ງປະຕິບັດ "ຖະ​ແຫຼງການ​ແຫ່ງ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ໃນ​ທະ​ເລ​ຈີນ​ໃຕ້" ຢ່າງຮອບດ້ານ​ແລະ​ມີ​ປະສິດທິພາບ ທັງ​ຊຸກຍູ້​ການ​ປຶກສາ​ຫາລື "ກົດ​ແຫ່ງ​ການ​ປະພຶດ​ໃນ​ທະ​ເລ​ຈີນ​ໃຕ້" ​​ແລະ​ການ​ຮ່ວມ​ມື​ທີ່​ແທ້​ຈິງ​ທາງ​ທະ​ເລໃນ​ຂອບດັ່ງກ່າວ. ນັບ​ແຕ່​ປີ​ນີ້​ເປັນຕົ້ນມາ, ຝ່າຍ​ຕ່າງໆ​​ໄດ້​ປຶກສາ​ຫາລື​ກັນ​ສອງ​ຮອບ​ແລ້ວ​ກ່ຽວ​ກັບຮ່າງຂອບ "ກົດ​ແຫ່ງ​ການປະພຶດ​ໃນ​ທະ​ເລ​ຈີນ​ໃຕ້" ດ້ວຍ​ທ່າ​ທີ​ທີ່​ຕິດ​ແທດ​ຕົວ​ຈິງ​ແລະ​ມີ​ລັກສະນະ​ສ້າງສັນ ​ແລະ​ຄືບໜ້າ​ເປັນຢ່າງ​ດີ. ​ແນວ​ໃດ​ກໍດີ, ຈີນກໍໝັ້ນ​ໃຈຢ່າງເຕັມປ່ຽມ​ທີ່​ຈະ​ສຳ​ເລັດ​ການ​ຫາລື​ຮ່າງ​ຂອບ "ກົດ​ແຫ່ງ​ການ​ປະພຶດ​ໃນ​ທະ​ເລ​ຈີນ​ໃຕ້" ພາຍ​ໃນເວລາ 6 ​ເດືອນ​ຕົ້ນຂອງປີ​ນີ້.

ທ່ານ​ລູ້​ຄ່າງ ​ກ່າວ​ຕື່ມ​ວ່າ: ​ໃນ​ຕໍ່ໜ້າ, ຈີນ​ກໍ​ຍິນດີ​ສືບ​ຕໍ່​ພະຍາຍາມ​ຮ່ວມ​ກັບປະ​ເທດ​ອາ​ຊຽນ ລວມທັງ​ຟິລິບ​ປິນ ​ ​ຊຸກຍູ້​ຈັດຕັ້ງປະຕິບັດ "ຖະ​ແຫຼງການ​ແຫ່ງ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ໃນ​ທະ​ເລ​ຈີນ​ໃຕ້" ຢ່າງຮອບດ້ານ​ແລະ​ມີ​ປະສິດທິ​ພາບ​ຕື່ມ​ອີກ ເພື່ອບັນລຸ​ "ກົດ​ແຫ່ງ​ການ​ປະພຶດ​ໃນ​ທະ​ເລ​ຈີນ​ໃຕ້" ​ໂດຍ​ໄວ ບົນ​ພື້ນຖານ​ການ​ປຶກສາ​ຫາລື​ກັນຢ່າງເປັນ​ເອກະ​ພາບ.
 

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ