ປະຊາຊົນ ສ.​ເກົາຫຼີ ສະກັດ​ກັ້ນບໍ່​ໃຫ້ລົດ​ໂຄງການ​ເຂົ້າ​ໄປ​ໃນ​ບໍລິ​ເວນ​ຕິດຕັ້ງລະບົບ THAAT
2017-04-21 15:26:52  cri 

ອົງການ​ປະຊາຊົນ​ຕ້ານ​ລະບົບ THAAT ສ.​ເກົາຫຼີ ຢືນຢັນ​ໃນ​ວັນ​ທີ 20 ​ເມສາ​ນີ້​ວ່າ: ​ໃນ​ວັນ​ດັ່ງກ່າວ, ປະຊາຊົນ​ຢູ່ໃກ້​ບໍລິ​ເວນ​ຕິດຕັ້ງລະບົບ THAAT ​ແລະ ນັກສັນຕິພາບ ​ໄດ້​ສະກັດ​ກັ້ນບໍ່​ໃຫ້​ລົດ​ໂຄງການ​ເຂົ້າ​ໄປ​ໃນ​ບໍລິ​ເວນ​ດັ່ງກ່າວ ​​ແລະ​ໄດ້​ເກີດ​ການ​ປະ​ທະ​​ກັບ​ເຈົ້າໜ້າ​ທີ່​ຕຳຫຼວດ ສົ່ງຜົນ​ເຮັດ​ໃຫ້ 2 ຄົນ​​ບາດ​ເຈັບ.

​ເຈົ້າໜ້າ​ທີ່​ຕຳຫຼວດ ​ນັບ​ຮ້ອຍ​ຄົນ​​ໄດ້​ເຂົ້າໄປ​ປ້ອງ​ກັນ​ຢູ່​ສະຖານ​ທີ່ດັ່ງກ່າວ ສົ່ງ​ຜົນ​ເຮັດ​ໃຫ້ ​ລົດ​ບັນທຸກ​​ສາມາດ​ເຂົ້າ​ໄປ​ໃນ​ບໍລິ​ເວນ​ຕິດຕັ້ງລະບົບ THAAT ສຳ​ເລັດ. ຂະນະ​ທີ່​ຕຳຫຼວດປະ​ທະ​ກັບ​ຜູ້​ປະ​ທ້ວງ​ຢູ່​ສະຖານ​ທີ່​ນັ້ນ ​ໄດ້​ເຮັດ​ໃຫ້ປະຊາຊົນ 2 ຄົນ​ບາດ​ເຈັບ ​ໃນ​ນີ້​ມີ 1 ຄົນ​ຖືກ​ສົ່ງ​ໄປ​ປິ່ນປົວ​ຢູ່​ໂຮງໝໍທີ່ຢູ່​ໃກ້ຄຽງ. ມາ​ເຖິງ​ຕອນ​ທ່ຽງ​ວັນ​ດັ່ງກ່າວ, ​ເຖິງ​ວ່າຕຳຫຼວດ​​ຫວັງ​ຈະປົກ​ປ້ອງ​ອຸປະກອນ​ອື່ນໆ​ເຂົ້າ​ໄປ​ອີກ, ​ແຕ່​ກໍ​ຈຳ​ເປັນ​ຕ້ອງຢຸດຫຼັງຖືກ​ປະຊາຊົນ​​ສະກັດ​ກັ້ນ.

ອົງການຊາວ​ເມືອງ​ທ້ອງ​ຖິ່ນ​ໄດ້​ອອກຖະ​ແຫຼງການ​ວ່າ: ​ເມື່ອ​ເວົ້າ​ເຖິງ​ທາດ​ແທ້​ແລ້ວ, ການ​ຕິດຕັ້ງລະບົບ THAAT ​​ເປັນ​ການ​ກະທຳ​ບໍ່​ມີຜົນ​​ແຕ່​ຢ່າງ​ໃດ ທັງ​​ເປັນ​ການລະ​ເມີດ​ກົດໝາຍ ​ແລະ​ລັດຖະທຳ​ມະນູນຕື່ມ​ອີກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ