ສະມາຊິກ​ລັດຖະສະພາ​ຍີ່ປຸ່ນ​ປະມານ 90 ຄົນ​ໄປ​ຄຳນັບຫໍ​ໄຫວ້​ຢາ​ຊູ​ຄູ​ນີ
2017-04-21 15:29:29  cri 

ອົງການ "​ໄປ​ຄຳນັບ​ຫໍ​ໄຫວ້​ຢາ​ຊູ​ຄູ​ນີນຳ​ກັນ" ທີ່​ປະກອບ​ດ້ວຍ​ສະມາຊິກ​ລັດຖະສະພາ​ສັງກັດ​ພັກ​ຝ່າຍ​ຕ່າງໆ​ຂອງ​ຍີ່ປຸ່ນ ​ປະມານ 90 ຄົນ ​ໄດ້​ໄປ​ຄຳນັບ​ຫໍ​ໄຫວ້​ຢາ​ຊູ​ຄູ​ນີທີ່​​ເປັນ​ບ່ອນຕັ້ງປ້າຍ​ຊື່​ອາຊະ​ຍາກ​ອນສົງຄາມຊັ້ນ 1 ຂອງ​ຍີ່ປຸ່ນ​ໃນ​ສະ​ໄໝ​ສົງຄາມ​ໂລກ​ຄັ້ງທີ 2  ​ໃນ​ຕອນ​ເຊົ້າວັນ​ທີ 21 ​ເມສາ​ນີ້.

ປັດຈຸບັນ​ ຫໍ​ໄຫວ້​ຢາ​ຊູ​ຄູ​ນີພວມ​​ຢູ່​ໃນ​ໄລຍະ​ບວງສວງ​ລະດູບານ​ໃໝ່, ຂະນະ​ທີ່​ທ່ານ​ຊິນ​ໂຈ ອາ​ເບະ ກໍ​ໄດ້ມອບ​ເຄື່ອງ​​ເຊັ່ນ​ໄຫວ້​ທີ່ຊື່ວ່າ "ມາ​ຊາ​ກາ​ກິ" ​ໃຫ້​ແກ່​ຫໍ​ໄຫວ້​ຢາ​ຊູ​ຄູ​ນີ ​ໃນ​ນາມ​ນາຍົກລັດຖະມົນຕີ.

​ໃນ​ຫໍ​ໄຫວ້​ດັ່ງກ່າວ​ໄດ້ຕັ້ງປ້າຍ​ຊື່​ອາຊະ​ຍາກ​ອນສົງຄາມຊັ້ນ 1 ຂອງ​ຍີ່ປຸ່ນ​ໃນ​ສະ​ໄໝ​ສົງຄາມ​ໂລກ​ຄັ້ງທີສອງ 14 ຄົນ ລວມທັງ​ຮີ​ເດ​ກິ ​ໂຕຈີ​ໂອະ ​ແລະ​ນັບ​ວ່າ​ເປັນ​ເວລາ​ດົນ​ນານ​ມາ​​ແລ້ວ​ທີ່ນັກ​ການ​ເມືອງ ​ແລະ ສະມາຊິກ​ລັດຖະສະພາ​ຍີ່ປຸ່ນ​ຈຳນວນ​ໜຶ່ງ​ໄດ້​ຍຶດໝັ້ນ​ໃນ​ການ​ໄປ​ຄຳນັບ​ຫໍ​ໄຫວ້​ຢາ​ຊູ​ຄູ​ນີມາ​ໂດຍ​ຕະຫຼອດ ສົ່ງ​ຜົນ​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ຍີ່ປຸ່ນ​​ ແລະ ປະ​ເທດ​ໃນ​ອາຊີ ​ເຊັ່ນ ຈີນ ​ແລະ ສ.​ເກົາຫຼີ ​ເຄັ່ງ​ຕຶງ​ຂຶ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ