ຈີນໄດ້ຍິງສົ່ງຈະຫຼວດສົ່ງຍານສາງເຈິ່ງ 7 ຢ໋າວ 2 ທີ່ບັນທຸກຍານອະວະກາດຂົນສົ່ງຖ່ຽນໂຈວ 1 ຢູ່ຖານຍິງສົ່ງເຫວີນຊ່າງໃນເວລາ 19 ໂມງ 41 ນາທີຂອງວັນທີ 20 ເມສາ ແລະຫຼັງຈາກນັ້ນປະມານ 596 ວິນາທີ, ຍານອະວະກາດກໍໄດ້ແຍກອອກຈາກຈະຫຼວດ ແລະເຂົ້າສູ່ວົງໂຄຈອນຕາມກຳນົດໄວ້ ທັງປະສົບຜົນສຳເລັດຢ່າງຈົບງາມ ເຊິ່ງນີ້ເປັນການຍິງສົ່ງຄັ້ງທຳອິດຂອງລະບົບຂົນສົ່ງເຄື່ອງໄປຍານອະວະກາດທີ່ປະກອບດ້ວຍຍານອະວະກາດຂົນສົ່ງຖ່ຽນໂຈວກັບຈະຫຼວດສົ່ງຍານສາງເຈິ່ງ 7 .
ພາຍຫຼັງຍານອະວະກາດເຂົ້າສູ່ວົງໂຄຈອນແລ້ວ ເຊິ່ງຕາມແຜນກໍຈະເຊື່ອມຕໍ່ກັບຖ່ຽນກຸ່ງ 2 ທີ່ໝູນຕາມວົງໂຄຈອນຢ່າງອັດຕະໂນມັດ 3 ຄັ້ງ ແລະການເພີ່ມພະລັງຊຸກດັນ 3 ຄັ້ງ ແລະຍັງທົດລອງຫຼາຍລາຍການໃນຂົງການນຳໃຊ້ອະວະກາດ, ເຕັກນິກການບິນອະວະກາດ ແລະອື່ນໆ. ພາຍຫຼັງສຳເລັດໜ້າທີ່ແລ້ວ, ຍານອະວະກາດຖ່ຽນໂຈວ 1 ຈະຖືກບັນຊາໃຫ້ອອກຈາກວົງໂຄຈອນ ແລ້ວຕົກໃສ່ເຂດທະເລຢ່າງປອດໄພຕາມກຳນົດໄວ້; ຍານອະວະກາດຖ່ຽນກຸ່ງ 2 ຈະສືບຕໍ່ທົດລອງແລະປະຕິບັດໜ້າທີ່ຢູ່ວົງໂຄຈອນ.