ໄທ​ຈະ​ຈັດ​ສັນຖະໜົນ​ເຍົາວະຣາດນະຄອນຫຼວງ​ບາງກອກ​​ໃໝ່
2017-04-21 14:46:37  cri 
ຕາມ​ຂ່າວສານ​ຊິນ​ຮວາ: ທ່ານ​ນາງ​ພອນ​ຊະນົກ ອຳ​ພັນ ​ໂຄສົກ​ກະຊວງ​ປ້ອງ​ກັນ​ປະ​ເທດ​ໄທ​ເປີດ​ເຜີຍ​ໃນ​ວັນ​ທີ 19 ​ເມສາ​ນີ້​ວ່າ, ລັດຖະບານ​ໄທ​ກຽມ​ຈະ​ຈັດ​ສັນຖະໜົນ​ເຍົາວະຣາດ​​ແລະ​ຖະໜົນ​ເຂົ້າສານ​​ໃຫ້ເປັນ​ຖະໜົນ​ອາຫານ​ທີ່​ເປັນ​ລະບຽບ​ຮຽບຮ້ອຍ.

​ໂຄສົກທ່ານ​ນີ້​ກ່າວ​ໃນ​ພິທີ​ຖະ​ແຫຼ​ງຂ່າວ​ວ່າ, ພວກ​ເຮົາ​ອະນຸຍາດ​ໃຫ້​ເປີດ​ຮ້ານ​ແຄມ​ທາງ, ​ແຕ່​ເຈົ້າ​ຂອງ​ຮ້ານ​ຕ້ອງ​ເຫັນ​ດີ​ຕໍ່​ລະບຽບການ​ຕັ້ງຮ້ານ ລວມທັງມາດຕະຖານການ​ຫຸ້ມ​ຫໍ່​ອາຫານ ​ແລະຫຼັກ​ອະນາ​ໄມທີ່​ວາງ​ອອກ, ​ຕົວຢ່າງ​ ການຈັດ​ສັນ​ຮ້ານ​ຢູ່​ຖະໜົນ​ເຍົາວະຣາດຈະ​ເປັນ​ແບບ​ຈີນ, ສ່ວນຢູ່​ຖະໜົນ​ເຂົ້າສານ​ຈະ​ເປັນ​ແບບ​ໄທ ​ແລະ​ບັນດາເຈົ້າ​ຂອງ​ຮ້ານ​​ຈະ​ຕ້ອງ​ຜ່ານ​ການ​ຝຶກ​ອົບຮົມ. ຖະໜົນ​ເຍົາວະຣາດ​ແລະ​ຖະໜົນ​ເຂົ້າສານ​​ເປັນ​ຖະໜົນ​ທີ່​ມີ​ຊື່​ສຽງ​ຂອງ​ນະຄອນຫຼວງ​ບາງກອກ ​ແລະຂຶ້ນ​ຊື່​ລື​ນາມ​ຍ້ອນ​ມີອາຫານ​​​ແຊບ​ແລະ​ຂາຍຍ່ອຍ.

​ແນ​ໃດ​ກໍ​ດີ, ທົ່ວສັງຄົມ​ໄທ​ລ້ວນ​ແຕ່​​ເຫັນ​ແລະ​ຄິດ​ແຕກ​ຕ່າງ​ກັນ​ກ່ຽວ​ກັບ​ຮ້ານ​ແຄມ​ທາງ​ມາ​ໂດຍ​ຕະຫຼອດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ