ຈີນ​ແລະ​ອາຊຽນ​ເນັ້ນ​ການ​ຮ່ວມ​ມື​​ເສດຖະກິດ​ທ່ອງ​ທ່ຽວ​ພາກ​ພື້ນ
2017-04-21 17:08:24  cri 
ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ປະສານ​ງານ​ກອງ​ປະຊຸມ​ສຸດ​ຍອດ​ທຸລະ​ກິດ​ແລະ​ການ​ລົງທຶນ​ຈີນ-ອາຊຽນຄັ້ງ​ທີ 14 ​ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ໜານ​ໜິງ ສປ ຈີນ​ໃນ​ວັນ​ທີ 20 ​ເມສາ​ນີ້ ​ໂດຍເຈົ້າ​ໜ້າ​ທີ່​ຈີນ​ແລະ 10 ປະ​ເທດ​ອາ​ຊຽນ​ໄດ້​ປຶກສາ​ຫາລື​ກັນ ​ໂດຍ​ປິ່ນ​ອ້ອມ "ຮ່ວມ​ກັນ​ສ້າງ​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ​ໃນ​ສະຕະວັດ​ທີ 21 ​ແລະ​ຊຸກຍູ້​ການ​ເຊື່ອມ​ໂຍງ​ເຂົ້າກັນ​ຂອງ​​ເສດຖະກິດ​ພາກ​ພື້ນ​ໂດຍ​ຜ່ານ​ການທ່ອງທ່ຽວ" ທີ່​ເປັນ​ຫົວ​ຂໍ້​ກອງປະຊຸມ​ສຸດ​ຍອດ​ຄັ້ງ​ນີ້​.

ທ່ານ​ເສິນ​ໂຈ​ວ ຮອງ​ປະທານ​ສະມາ​ຄົມ​ສົ່ງ​ເສີມ​ການ​ຄ້າ​​ແລະ​ການ​ລົງທຶນ​ຈີນກ່າວ​ວ່າ, ປີ 2017 ​ເປັນ​ປີ​ຮ່ວມ​ມື​ທ່ອງ​ທ່ຽວ​ຈີນ​-ອາ​ຊຽນ ​ເຊິ່ງສອງ​ຝ່າຍຈະ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ​ຕາມ​ມາດ​ຕະການ​ຕ່າງໆ ​ເພື່ອ​ເຮັດ​ໃຫ້ນັກ​ທ່ອງ​ທ່ຽວ​ຈີນ​ທີ່​ໄປ​ທ່ຽວ​ຕ່າງປະ​ເທດ​ບັນລຸເຖິງ 700 ລ້ານ​ເທື່ອ​ຄົນ​ໃນ 5 ປີ​ຕໍ່ໜ້າ. ປັດຈຸບັນ, ຈີນ​ໄດ້​ກາຍ​ເປັນ​ແຫຼ່ງນັກ​ທ່ອງ​ທ່ຽວ​​ໃຫຍ່​ທີ່​ສຸດ​ຂອງ​ຕະຫຼາດ​ທ່ອງ​ທ່ຽວ​ອາ​ຊຽນ ​ແລະ​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ​ລະຫວ່າງ​ຈີນ​ກັບ​ອາ​ຊຽນຈະ​ມີ​ອະນາຄົດ​ທີ່​ສົດ​ໃສ.

ທ່ານ​ທະ​ນົງ​ສິນ ກັນ​ລະ​ຍາ ຮອງ​ປະທານ​ສະພາ​ອຸດສາຫະກຳ​​ແລະການ​ຄ້າ​ແຫ່ງ​ຊາດ​ລາວ​ກ່າວ​ວ່າ, ຂະ​ແໜງ​ການທ່ອງທ່ຽວ​ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ​ຕໍ່​ບັນດາ​ປະ​ເທດ​ອາ​ຊຽນ ​ແລະ​ນັກ​ທ່ອງ​ທ່ຽວ​ຈີນ​ໄປ​ທ່ຽວ​ອາ​ຊຽນ​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ​ທ່ອງ​ທ່ຽວ​ຂອງ​ຫຼາຍ​ປະ​ເທດ​​ໄດ້ຢ່າງ​ຫຼວງ​ຫຼາຍ. ​ໃນ​ອະນາຄົດ, ສອງ​ປະ​ເທດ​ຈີນ​ແລະ​ລາວ​ຄວນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານກາ​ນທ່ອງ​ທ່ຽວ ຄື ​ໃຫ້​ຄວາມ​ສຳຄັນ​ຕໍ່​ການພັດທະນາ​ຊັບພະຍາກອນ​ມະນຸດ​ດ້ານ​ກາ​ນທ່ອງ​ທ່ຽວ ​ແລະ​ການ​ປັບປຸງ​ສິ່ງ​ກໍ່ສ້າງ​ດ້ານ​ການທ່ອງທ່ຽວ​ໃຫ້​ດີ​ຂຶ້ນ ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ