ເຫດ​ຫຼອນ​ໂຈມ​ຕີ​ຢູ່​ພາກ​ເໜືອ​ອາ​ຟິກາ​ນິສະຖານ​ຢ່າງ​ໜ້ອຍ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 50 ຄົນ
2017-04-22 14:48:22  cri 
ໂທລະພາບ TOLO ອັຟກາ​ນິສະຖານ​ລາຍ​ງານ​ວ່າ: ​ວັນ​ທີ 21 ​ເມສາ​ນີ້​, ຄ້າຍ​ທະຫານກອງທັບອາ​ຟິກາ​ນິສະຖານປະຈຳ ມາ​ຈາຣີຊາຣິຟ ​ເທດສະບານ​​ແຂວງ​ບານ​ເຮີ ທາງ​ພາກ​ເໜືອ​ປະ​ເທດ​ນີ້​ຖືກ​ກຸ່ມ​ປະກອບ​ອາວຸດ​ໂຈມ​ຕີ​ ​ສົ່ງ​ຜົນເຮັດ​ໃຫ້​​ເສຍ​ຊີວິດ 50 ຄົນ​ເປັນ​ຢ່າງ​ໜ້ອຍ.

​ໂທລະພາບ​ດັ່ງກ່າວ​ໄດ້​ອ້າງ​ແຫຼ່ງຂ່າວຂອງ​ທ່ານ​ຈອນ ​ໂທ​ມັສ ​ໂຄສົກ​ກອງ​ບັນຊາ​ການ​ສ່ວນກາງ​ອາ​ເມ​ລິ​ກາ​ລາຍ​ງານ​ວ່າ: ການ​ຫຼອນ​ໂຈມ​ຕີ​ເທື່ອ​ນີ້​ໄດ້​ເຮັດ​ໃຫ້​ຢ່າງ​ໜ້ອຍ 50 ຄົນ​ເສຍ​ຊີວິດ​ເຊິ່ງລວມທັງ​ຜູ້​ກໍ່​ເຫດ.
ວັນ​ທີ 21 ​ເມສາ​ນີ້, ກະຊວງ​ປ້ອງ​ກັນ​ປະ​ເທດ​ອັຟກາ​ນິສະານ​ກໍ​ໄດ້​ຢຶນຢັນ​ຕໍ່​ເຫດການ​ດັ່ງກ່າວ​ນີ້ ​ແຕ່​ຕາມ​ສະຖິຕິ​ຂອງ​ກະຊວງປ້ອງ​ກັນ​ປະ​ເທດ​ອັຟກາ​ນິສະຖານ, ​ເຫດການ​ເທື່ອ​ນີ້​​ໄດ້​ຢ່າງ​ໜ້ອຍເຮັດ​ໃຫ້​​ເສຍ​ຊີວິດ​ 13 ຄົນ, 11 ຄົນ​​ໄດ້​ຮັບ​ບາດ​ເຈັບ.

ນອກ​ນີ້, ​ເຈົ້າ​ໜ້າ​ທີ່​ທະຫານ​ຜູ້​ໜຶ່ງ​ທີ່​ບໍ່​ປະສົງ​ອອກ​ນາມ​ບອກ​ນັກ​ຂ່າວວ່າ: ​ເຫດການ​ຫຼອນ​ໂຈມ​ຕີ​ເທື່ອ​ນີ້​ອາດ​ຈະ​ເຮັດ​ໃຫ້​ມີ​ຜູ້​ເສ​ຍຊີວິດ​ຫຼາຍ​ກວ່າ 100 ຄົນ ຖື​ວ່າ​ເປັນ​ເຫດ​ຮ້າຍ​ແຮງ​ທີ່ສຸດ​ຢູ່​ທ້ອງ​ຖິ່ນ​ດັ່ງກ່າວນັບ​ແຕ່​ຕົ້ນ​ປີ​ນີ້​​ເປັນ​ຕົ້ນ​ມາ.

ກຸ່ມ​ຕາ​ລີ​ບັນ​ໄດ້ກ່າວອ້າງຄວາມ​ຮັບຜິ​ດຊອບ​ຕໍ່​ເຫດການ​ດັ່ງກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ