ສປປ ​ເກົາຫຼີ​ຖະ​ແຫຼ​ງວ່າ​ກຳລັງ​ຕິດຕາມ​ກົນອຸບາຍ​ຂອງ​ອາ​ເມ​ລິ​ກາ​ທີ່​​ໃຊ້​ກັບປະ​ເທດ​ຕົນຢ່າງ​ໃກ້ຊິດ
2017-04-22 15:13:05  cri 
ຂ່າວສານ​ສູນ​ກາງ​ສປປ ​ເກົາຫຼີ​ລາຍ​ງານ​ວ່າ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດສປປ ​ເກົາຫຼີ​​ໄດ້​ຖະ​ແຫຼ​ງ​ໃນ​ວັນ​ທີ 21 ​ເມສາ​ນີ້​ວ່າ:  ສປປ ​ເກົາຫຼີ​ກຳລັງຕິດຕາມ​ກົນອຸບາຍ​ຂອງ​ອາ​ເມ​ລິ​ກາ​ທີ່​ຈະ​ໃຊ້​ກັບປະ​ເທດ​ຕົນ.

​ໂຄສົກ​ທ່ານ​ນີ້​ກ່າວ​ວ່າ: ສປປ ​ເກົາຫຼີ​ເປັນ​ປະ​ເທດ​ສັງຄົມ​ນິຍົມ​ທີ່​ຮັກ​ຫອມ​ສັນຕິພາບ, ​ແຕ່ກໍ​ບໍ່​ຢ້ານ,ບໍ່​​ຫຼົບ​ຫຼີກສົງຄາມ. ຖ້າ​ຫາກ​ອາ​ເມ​ລິ​ກາ​ກໍ່​ສົງຄາມ​ຂຶ້ນຮອບດ້ານ, ສປປ ​ເກົາຫຼີ​ກໍ​ຈະ​ຮັບ​ມື​ດ້ວຍ​ສົງຄາມ​ຮອບດ້ານ ​ແລະ​ຮັບ​ມື​ກັບ​ສົງຄາມ​ນິວ​ເຄລຍດ້ວຍ​ການ​ໂຈມ​ຕີ​ດ້ວຍ​ນິວ​ເຄລຍ​ແບບ​ສປປ ​ເກົາຫຼີ.

ໂຄສົກ​ທ່ານ​ນີ້​ຍັງປະນາມ​ຖ້ອຍ​ຄວາມ​ກ່ຽວ​ກັບສປປ ​ເກົາຫຼີ​ຂອງ​ທ່ານນາງ​ຈູ​ລີ ບີ​ຊອບ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ອົສຕຣາລີ. ຂ່າວ​ແຈ້ງວ່າ: ​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ​ນາງ​ບີຊອບ​ໄດ້​ຕຳ​ໜິສປປ ​ເກົາຫຼີ​ເປັນ​​ໄພ​ຂົ່ມຂູ່ອັນ​ໜັກໜ່ວງ​ຕໍ່​ສັນຕິພາບ​ຂອງ​ພາກ​ພື້ນ​ກໍ​ຄື​ຂອງ​ໂລກ ທັງສະໜັບສະໜູນນະ​ໂຍບາຍ​ຕໍ່ສປປ ​ເກົາຫຼີ​ຂອງ​ອາ​ເມ​ລິ​ກາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ