ຍານ​ອະວະກາດ "ທ່ຽນ​ໂຈ່​ວ 1"ປະສົບ​ຜົນສຳ​ເລັດ​ໃນ​ການ​ເຊື່ອມ​ຕໍ່​ກັບ​ຍານ "ທ່ຽນ​ກົ່ງ 2"​ໂດຍ​ອັດຕະ​ໂນ​ມັດ
2017-04-22 15:14:20  cri 
ຍານ​ອະວະກາດ "ທ່ຽນ​ໂຈ່​ວ 1"​ໄດ້​ປະສົບ​ຜົນສຳ​ເລັດ​ໃນ​ການ​ເຊື່ອມ​ຕໍ່​ກັບ​ຍານ​ອະວະກາດ "ທ່ຽນ​ກົ່ງ 2"​ໂດຍອັດຕະ​ໂນ​ມັດ​ໃນ​ເວລາ 12 ​ໂມງ 23 ນາທີ​ຂອງ​ວັນ​ທີ 22 ​ເມສາ​ນີ້ ​ເຊິ່ງ​ເປັນ​ເທື່ອ​ທຳ​ອິດ​ທີ່​ສອງຍານ​ອະວະກາດ​ດັ່ງກ່າວ​ເຊື່ອມ​ຕໍ່​ກັນ​ໂດຍ​ອັດຕະ​ໂນ​ມັດ ທັງ​ເປັນ​​ເທື່ອ​ທຳ​ອິດ​ທີ່​ຍານ​ອະວະກາດ​ຂົນ​ສົ່ງ​ທີ່​ຈີນ​ຄົ້ນຄວ້າ​ຜະລິດ​ຢ່າງ​ເປັນ​ເຈົ້າ​ຕົນ​ເອງ​ນັ້ນ​ເຊື່ອມ​ຕໍ່​ກັບ​ຫ້ອງ​ທົດ​ລອງ​ອະວະກາດ.

"ທ່ຽນ​ໂຈ່​ວ 1"​ເປັນ​ຍານ​ອະວະກາດ​ຂົນ​ສົ່ງ​ລຳ​ທຳ​ອິດ​ຂອງ​ຈີນ​ໂດຍ​ຖືກ​ສົ່ງ​ຂຶ້ນ​ສູ່​ອະວະກາດ​ຈາກ​ຖານ​ປ່ອຍ​ດາວ​ທຽມ ​ເຫວີ​ນຊ່າງ ​ແຂວງ​ໄຫ​ຫຼຳຈີນ​ໃນ​ຄືນ​ວັນ​ທີ 20 ​ເມສາ​ນີ້ ສ່ວນ "ທ່ຽນ​ກົ່ງ 2" ​ເປັນ​ຫ້ອງ​ທົດ​ລອງ​ອະວະກາດ​ໃນ​ຄວາມ​ໝາຍ​ຕົວ​ຈິງ​ຂອງ​ຈີນ​ໂດຍ​ຖືກ​ສົ່ງ​ຂຶ້ນ​ສູ່​ອະວະກາດ​ໃນ​ວັນ​ທີ 15 ກັນຍາ 2016 ຜ່ານ​ມາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ