ຢູ່​ອາ​ຟຼິກາ​ໃຕ້, ລົດ​ສອງ​ຄັນ​ຕຳ​ກັນ, ​ເຮັດ​ໃຫ້​ນັກຮຽນ​ປະຖົມຢ່າງ​ໜ້ອຍ 20 ຄົນ​ເສຍ​ຊີວິດ
2017-04-22 15:27:49  cri 

​ໂຄສົກ​ພະ​ແນ​ກການ​ສຶກສາ​ທິການ​ແຂວງ​ກາວ​ເຕ​ງ ອາ​ຟຼິກາ​ໃຕ້ຢືນຢັນໃນວັນ​ທີ 21 ​ເມສາ​ນີ້ ​ວ່າ, ​ໃນ​ວັນ​ດັ່ງກ່າວ, ​ແຂວງ​ຕົນ​ໄດ້​ເກີດ​ອຸບັດເຫດ​ທາງ​ຖະ​ແໜົນ, ​​ສົ່ງ​ຜົນເຮັດ​ໃຫ້​ນັກຮຽນ​ປະຖົມ​ຢ່າງ​ໜ້ອຍ 20 ຄົນ​ເສຍຊີວິດ.

ໂຄສົກ​ທ່ານນີ້​ກ່າວ​ວ່າ, ​ໃນ​​ເວລາປະມານ 13 ​ໂມງ​ຂອງ​ວັນ​ດັ່ງກ່າວ, ລົດ​ເມ​ຄັນ​ໜຶ່ງ​ທີ່​ບັນທຸກ 30 ຄົນ​ໄດ້​ຕໍາ​ກັບ​ລົດ​ບັນທຸກ​ຄັນ​ໜຶ່ງ​ຢູ່ທາງຫຼວງ R 25 ​ທາງພາ​ກ​ເໜືອ​ແຂວງ​ກາວ​ເຕິງ​ແລະ​​ເກີດ​ໄຟ​ໄໝ້. ນັກຮຽນ​ປະຖົມ​ຢ່າ​ງໜ້ອຍ 20 ຄົນໃນ​ລົດ​ເມ​ເສຍ​ຊີວິດ.

ປັດ​ຈຸ​ບັນ, ​ເຈົ້າ​ໜ້າ​ທີ່​ຍັງ​ດຳ​ເນີນ​ການ​ຊ່ອຍ​ເຫຼືອ​ຢູ່​ສະຖານ​ທີ່​ເກີດ​ເຫດ​ແລະ​ຍັງ​ສືບສວນ​ຫາສາ​ເຫດ​ທີ່​ພາ​ໃຫ້​ເຫດການ​ດັ່ງກ່າວ.

ອາ​ຟຼິກາ​ໃຕ້​ແມ່ນ​ໜຶ່ງ​ໃນປະ​ເທດ​​ຕ່າງໆທີ່​ເກີດ​ອຸບັດ​ເຫດ​ທາງ​ຖະໜົນ​ຫຼາຍສົມຄວນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ