ເລ​ຂາ​ທິການ​ໃຫຍ່ອົງການ​ສະຫະ​ປະຊາ​ຊາດ​​ແລະ​ທ່ານ​ທຣໍາ​ພົບ​ປະ​ເທື່ອ​ທຳ​
2017-04-22 15:31:31  cri 

​ທ່ານ​ສະ​ເຕຟັນ ດູ​ຈາຣິກ ​ໂຄສົກ​ເລຂາທິການ​ໃຫຍ່​ອົງການສະຫະ​ປະຊາ​ຊາດ​ກ່າວ ໃນວັນ​ທີ 21 ​ເມສາ​ນີ້ ​ວ່າ, ທ່ານ​ອັນ​ໂຕ​ນີ​ໂອ ກູ​ເຕ​ເຣສ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ໄດ້​ພົບ​ປະ​ທ່ານ​ໂດ​ນັນ ທຣຳ ປະ​ທາ​ນາ​ທິບໍດີ​ອາ​​ເມ​ລິ​ກາຢູ່​ທຳນຽບຂາວ​ໃນ​ວັນ​ດັ່ງກ່າວ, ​ໂດຍສອງ​ຝ່າຍ​ໄດ້​ຫາລືກ່ຽວ​ກັບ​ການ​ຮ່ວມ​ມື​ລະ​ຫວ່າງອົງການ​ສະຫະ​ປະຊາ​ຊາດ​ກັບ​ອາ​ເມ​ລິ​ກາ. ນີ້​ແມ່ນ​ທ່ານ​ກູ​ເຕ​ເຣສພົບ​ປະ​ທ່ານ​ທຣໍາ​ເປັນ​​ເທື່ອ​ທຳ​ອິດ​ຫຼັງ​ທ່ານ​ຂຶ້ນຮັບ​ຕຳ​ແໜ່​ງ​​ເລ​ຂາ​ທິການ​ໃຫຍ່​ອົງການສະ​ຫະປະຊາ​ຊາດ​​​ເມື່ອ​ວັນ​ທີ 1 ມັງກອນ​ປີ​ນີ້.

ທ່ານ​ດູ​ຈາຣິກກ່າ​ວຕື່ມວ່າ, ທ່ານ​ກູ​ເຕ​ເຣສ​ແລະ​ທ່ານ​ທຣໍາ​ໄດ້​ "ເປິກສາຫາລື​ທີ່ມີ​ລັກຢ່າງສ້າງສັນ" ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ​ອາ​ເມ​ລິ​ກາ​-ອົງການ​ສະຫະ​ປະຊາ​ຊາດ, ນອກ​ນີ້, ສອງ​ຝ່າຍຍັງ​​ເຫັນ​ດີ​ຈະພົບ​ປະ​ອີກ​ເທື່ອ​ໃໝ່​ໃນ​ໄລຍະ​ມໍ່ໆ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ