ລາວ​ຕ້ອນຮັບ​ອາສາ​ສະໝັກ​ຊາວ​ໜຸ່ມ​ຈີນ​ຊຸດ​ທີ 8 ຄັ້ງ​ທີ 2
2017-04-22 15:57:52  cri 

ວັນ​ທີ 21 ​ເມສາ​ນີ້​ຢູ່​ສູນ​ກາງ​ຊາວ​ໜຸ່ມ​ນະຄອນຫຼວງ​ວຽງ​ຈັນ, ​ໄດ້​ຕ້ອນຮັບ​ຊາວ​ໜຸ່ມ​ຈີນ​ທີ່​ອາສາ​ສະໝັກ​ມາ​​ເຮັດ​ວຽກ​ຢູ່ ສປປ ລາວ​ ​ໂດຍ​ທ່ານ​ອາ​ລຸ່ນ​ໄຊ ສູນ​ນະລາດ ກຳມະການ​ສຳຮອງ​ສູນ​ກາງພັກ, ຮອງ​ເລຂາ​ສູນ​ກາງ​ຊາວ​ໜຸ່ມ​ປະຊາຊົນ​ປະຕິວັດ​ລາວ, ທ່ານ​ຫວາງ​ສີ​ຮຸ່ຍ ທູດ​ເສດ​ຖະກິດ ສປ ຈີນ​ປະຈຳ​ ສປປ ລາວ ພ້ອມ​ດ້ວຍ​ພາກສ່ວນ​ທີ່​ກ່ຽວຂ້ອງ​ໄດ້​ເຂົ້າ​ຮ່ວມ.


ອາສາ​ສະໝັກ​ຊາວ​ໜຸ່ມ​ຈີນ​ທີ່​ເຮັດ​ວຽກ​ຢູ່ ສປປ ລາວ ຄັ້ງ​ນີ້​ມີ 8 ທ່ານ​ຍິງ 3 ທ່ານ​ເຊິ່ງ​ແມ່ນຊ່ຽວຊານ​ການ​ແພດ, ຄອມ​ພິວ​ເຕີ​ແລະ​ຄູ​ສອນ​ລ້ວນ​ແຕ່​ແມ່ນ​ຄົນ​ຈິງ​ໃຈ​ແລະ​ດຸ​ໝັ່ນ​ຫ້າວຫັນ, ​ໂດຍ​ຈະ​ປະຕິບັດ​ໜ້າ​ທີ່​ເປັນ​ເວລາ 6 ​ເດືອນ. ​ແລະ​ປ່ຽນ​ບົດຮຽນ​ແລະ​ຖ່າຍ​ທອດ​ເຕັກນິກ​ວິຊາ​ການ​ໃນ​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ແລະ​ເພື່ອ​ປະກອບສ່ວນ​ເສີມ​ຂະຫຍາຍ​ທິດ​ນຳ​ການ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ແບບ​ຮອບດ້ານ​ຍາວ​ນານ​ແລະ​ລະຫວ່າງ​ສອງ​ພັກ, ສອງ​ລັດ​ແລະ​ປະຊາຊົນ​ສອງ​ຊາດ​​ເວົ້າ​ລວມ, ​ເວົ້າ​ສະ​ເພາະ​ອົງການ​ຈັດ​ຕັ້ງ​ຊາວ​ໜຸ່ມ​ຂອງ​ສອງ​ປະ​ເທດ​ໃຫ້​ນັບ​ມື້​ນັບ​ແໜ້ນ​ແຟ້ນຍິ່ງ​ຂຶ້ນ.


ອາສາ​ສະໝັກ​ຈຳ​ນວນ​ນີ້​ຈະ​ເຮັດ​ໜ້າ​ທີ່​ເປັນ​ຄູ​ສອນ​ພາສາ​ຈີນ, ຄູ​ສອນ​ຄອມ​ພິວ​ເຕີ, ການ​ແພດ​ແລະ​ຜູ້​ປະກາດ​ຂ່າວ​ພາສາ​ຈີນ. ສູນ​ພັດທະນາ​ວິຊາ​ຊີບ​ສູນ​ກາງ​ຊາວ​ໜຸ່ມ 2 ທ່ານ, ພະ​ແນກຂ່າວສານ​ 1 ທ່ານ, ​ໂຮງຮຽນ​ປັນຍາ​ທິບ 1 ທ່ານ, ວິທະຍຸ​ແຫ່ງ​ຊາດ​ລາວ 1 ທ່ານ, ​ໂຮງໝໍ​ເມສາ 2 ທ່ານ​ແລະ​ສະຫະພັນ​ບານບ້ວງ​ແຫ່ງ​ຊາດ 1 ທ່ານ.

ນີ້​ແມ່ນ​ຊຸດ​ທີ 8 ຄັ້ງ​ທີ 2 ທີ່​ລັດຖະບານ​ຈີນ​ຊ່ວຍ​ລັດຖະບານ​ລາວ​ໃນ​ໂຄງການ​ອາສາ​ສະໝັກ​ຊາວ​ໜຸ່ມ​ຈີນ​ເຊິ່ງ 7 ຄັ້ງ​ທີ່​ຜ່ານ​ມາ​, ​ໂຄງການ​ນີ້​ໄດ້​ປະສົບ​ຜົນສຳ​ເລັດ​ໂດຍ​ດີ​ແລະ​ບັນລຸ​ຕາມ​ເປົ້າ​ໝາຍ​ທີ່​ສອງ​ລັດຖະບານ​ຕັ້ງ​ໄວ້.

 

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ