ຄະນະ​ກຳມະການ​ເງິນຕາ​ແລະ​ການ​ເງິນ​ສາກົນ​ຮຽກຮ້ອງ​ໃຫ້​ຫຼີກ​ລ່ຽງການ​ນຳ​ໃຊ້​ນະ​ໂຍບາຍປົກ​ປ້ອງ​ພາຍ​ໃນ
2017-04-23 14:58:45  cri 
ວັນ​ທີ22​ເມສາ​ນີ້, ຄະນະ​ກຳມະການ​ເງິນຕາ​ແລະ​ການ​ເງິນ​ສາກົນ​ທີ່​ເປັນ​ອົງການຕັດສິນ​ນະ​ໂຍບາຍ​ຂອງອົງການ​ກອງ​ທຶນ​​ເງິນຕາ​ສາກົນ​ຫຼື IMF ໄດ້​ຮຽກຮ້ອງ​ໃຫ້​ປະ​ເທດ​ສະມາຊິກ​ຕ່າງໆ​ຈົ່ງ​ຫຼີກ​ເວັ້ນການ​ນຳ​ໃຊ້​ນະ​ໂຍບາຍ​ປົກ​ປ້ອງ​ພາຍ​ໃນ, ​ເພີ່ມ​ທະວີ​ການ​ປະກອບສ່ວນຂອງ​ການ​ຄ້າ​ທີ່​ມີ​ຕໍ່​ກຸ່ມ​ເສດຖະກິດ​ຕ່າງໆ, ​ເພື່ອ​ຮັກສາທ່ວງ​ທ່າ​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ໂລກ.

ວັນ​ທີ22​ເມສາ​ນີ້,​ຫຼັງ​ສຳ​ເລັດ​ກອງ​ປະຊຸມ​ລະດັບ​ລັດຖະມົນຕີ​ຄັ້ງ​ທີ35ຢູ່​ນະຄອນຫຼວງ​ວໍ​ຊິງ​ຕັນສະຫະລັດ​ອາ​ເມ​ລິ​ກາ, ຄະນະ​ກຳມະການ​ເງິນຕາ​ແລະ​ການ​ເງິນ​ສາກົນ​ໄດ້​ອອກ​ຖະ​ແຫຼ​ງການວ່າ,​ທ່ວງທ່າຟື້ນ​ຕົວ​ຂອງ​ເສ​ດຖະກິດ​ໂລກ​ພວມ​ເພີ່ມ​ທະວີຂຶ້ນ,​ລາຄາ​ສິນຄ້າ​ລາຍ​ໃຫຍ່​ໄດ້​ຮັກສາ​ຄວາມ​ໝັ້ນ​ທ່ຽງ​ແລະ​​ເພີ່ມ​ຂຶ້ນ​ຄືນ​ໃໝ່, ຄວາມ​ສ່ຽງ​ໄພ​ເງິນ​ຝືດ​ຫຼຸດຜ່ອນ​ລົງ, ​ແຕ່​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ໂລກ​ຍັງ​ບໍ່​ແຂງ​ແຮງ​ພໍ​ປານ​ໃດ, ​ແລະ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ຄວາມ​ບໍ່​ແນ່ນອນ​ດ້ານ​ການ​ເມືອງ​ແລະ​ນະ​ໂຍບາຍ​ທີ່​ເພີ່ມ​ຂຶ້ນ.

​​ໃນ​ຖະ​ແຫຼ​ງການ​ໄດ້​ຢໍ້າວ່າ​ປະ​ເທດ​ສະມາຊິກ​ຕ່າງໆ​ຄວນ​ສະ​ແດງ​ຫຼັກ​ໝັ້ນ​ດ້ານ​ນະ​ໂຍບາຍ​ຂອງ​ຕົນ​ຢ່າ​ງຈະ​ແຈ້ງ,​ຫຼີກ​ເວັ້ນການ​ນຳ​ໃຊ້​ນະ​ໂຍບາຍ​ແບບ​ປົກ​ປ້ອງ​ພາຍ​ໃນ, ​ເພື່ອ​ຮັກ​ສາ​ຄວາມ​ໝັ້ນ​ທ່ຽງ​ດ້ານ​ການ​ເງິນ​ຂອງ​ໂລກ, ພ້ອມ​ທັງ​ໃຊ້​ນະ​ໂຍບາຍ​ຕ່າງໆ​ ລວມທັງ​ເງິນຕາ,ການ​ເງິນ​ແລະ​ການ​ປະຕິ​ຮູບ​ໂຄງ​ປະກອບ, ​ເພື່ອ​ບັນລຸ​ການ​ເຕີບ​ໂຕ​ທີ່​​ແຂງ​ແຮງ, ຍືນ​ຍົງ,ດຸນ​ດ່ຽງ,ກວບ​ລວມ​ແລະ​ມີ​ຜົນ​ດີ​ຕໍ່​ການ​ປະກອບ​ອາຊີບ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ