ຈີນ​ແລະ​ອົສຕຼາລີ​ອອກ​ຖະ​ແຫຼ​ງການ​ຮ່ວມ​ກ່ຽວ​ກັບ​ການ​ສົນທະນາ​ຄວາມ​ໝັ້ນຄົງ​ລະດັບ​ສູງ​ລະຫວ່າງ​ສອງ​ຝ່າຍເປັນ​ຄັ້ງ​ທຳ​ອິດ
2017-04-23 15:13:25  cri 
ວັນ​ທີ21​ເມສາ​ນີ້,​ທ່ານ​​ເມີ້​ງຈ້ຽນຈູ້, ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ທີ່​ພວມ​ຢ້ຽມຢາມ​ອົສຕຼາລີ​ໄດ້​ພົບ​ປະ​ກັບ​ທ່ານ​ມັນ​ໂຄມ ​ເທີນ​ບຸນ, ນາຍົກລັດຖະມົນຕີອົສຕຼາລີ, ​ແລະ​ເປີດກົນ​ໄກສົນທະນາ​ດ້ານ​ຄວາມໝັ້ນຄົງ​ລະດັບ​ສູງ​ລະຫວ່າງ​ຈີນ​-​ອົສຕຼາລີ. ຫຼັງ​ສຳ​ເລັດການ​ພົບ​ປະ, ສອງ​ຝ່າຍ​ໄດ້​ລົງ​ນາມ​ໃນ​"ຖະ​ແຫຼ​ງການ​ຮ່ວມ​ກ່ຽວ​ກັບ​ການ​ສົນທະນາ​ຄວາມໝັ້ນຄົງ​ລະດັບ​ສູງລະຫວ່າງ​ສອງ​ປະ​ເທດ​ເປັນ​ຄັ້ງ​ທຳ​ອິດ".



​​ໃນ​ຖະ​ແຫຼ​ງການ​ໄດ້ລະບຸ​ວ່າ, ສອງ​ຝ່າຍ​ເຫັນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕຸລາການ​ແລະ​ວຽກ​ງານ​ກົດໝາຍ. ກ່າວ​ຢ້ຳວ່າ​ຈະ​ພະຍາຍາມ​ສ້າງ​ສະພາບ​ແວດ​ລ້ອມ​ດ້ານ​ຂໍ້​ມູນ​ຂ່າວສານ​ແລະ​ເຕັກນິກກາ​ນ​ສື່ສານ​ທີ່​ສັນຕິພາບ,ປອດ​ໄພ,​ເປີດ​ກວ້າງ​ແລະ​ຮ່ວມ​ມື. ສອງ​ຝ່າຍ​ເປັນ​ເອກະສັນ​ກັນ​ເຫັນ​ວ່າ,​ການ​ຮ່ວມ​ມື​ຕ້ານ​ການ​ກໍ່​ການ​ຮ້າຍ​ບົນ​ພື້ນຖານ​ເຄົາລົບ​ເຊິ່ງກັນ​ແລະ​ກັນ​ນັ້ນ​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຮ່ວມ​ຂອງ​ສອງ​ຝ່າຍ. ຈີນ​ແລະ​ອົສຕຼາລີ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ປະຕິບັດ​ກົດໝາຍ​ໃນ​ການ​ປາບຢາ​ເສບ​ຕິດ,ຊາວ​ອົບ​ພະຍົບ​ຜິດ​ກົດໝາຍ,ການຕ້ານ​ການ​ຟອກ​ເງິນ, ການ​ສໍ້​ໂກງ​​ແລະ​ອື່ນໆ​ທີ່​ສອງ​ຝ່າຍ​​ສົນ​ໃຈຮ່ວມກັນ.

​ໃນ​ຖະ​ແຫຼ​ງການຍັງ​ລະບຸ​ວ່າ,​ ​ການ​ສົນທະນາ​ຄວາມໝັ້ນຄົງ​ລະດັບ​ສູງ​​ຈີນ-​ອົສຕຼາລີຄັ້ງທີ2ຈະ​ຈັດ​ຂຶ້ນ​ຢູ່​ຈີນ​ໃນ6​ເດືອນ​ຕົ້ນ​ປີ2018,  ​ໂດຍ​ຈະ​ໃຫ້​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ສອງ​ຝ່າຍ​ເປັນ​ປະທານຮ່ວມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ