ສະຫະພັນ​ປະດິດ​ສ້າງ​ໃໝ່​​ການ​ບິນ​ອະວະກາດ​"ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"ສ້າງ​ຕັ້ງຂຶ້ນ​ຢູ່​​ເມືອງ​ຊີ່​ອ່ານ​ຈີນ
2017-04-23 16:10:00  cri 
​ເນື່ອງ​ໃນ​ໂອກາດ ​"ວັນ​ການ​ບິນ​ອ​ະວະ​ກາດ​ຈີນ"ປີ2017​ໃກ້​ຈະ​ວຽນມາ​ເຖິງ, ​ ສະຫະພັນ​ປະດິດ​ສ້າງ​ໃໝ່ການ​ບິນ​ອະວະກາດ​"ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"ທີ່​ລິ​ເລີ່​ມ​ສ້າງ​ຕັ້ງໂດຍສະມາຄົມ​ການ​ບິນ​ອະວະກາດ​ຈີນ​ແລະ​ມະຫາວິທະຍາ​ໄລ​ອຸດສາຫະກຳ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຈີນນັ້ນ​ໄດ້​ສ້າງ​ຕັ້ງ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ຢູ່​ນະຄອນ​ຊີ່​ອ່ານ​​ແຂວງ​ສານ​ຊີ່​ຈີນ​ໃນ​ວັນ​ທີ23​ເມສາ​ນີ້.

ສະຫະພັນດັ່ງກ່າວ​ເປັນອົງການ​ບໍ່​ຫວັງ​ກຳ​ໄລ​ແລະ​ເວທີ​ແລກປ່ຽນ​​ແລະຮ່ວມ​ມື​ສາກົນ​ທີ່​ປະກອບ​ດ້ວຍ​ໂຮງຮຽນ​ຊັ້ນ​ສູງ,ສະ​ຖາ​ບັນ​ຄົ້ນຄວ້າ​ວິທະຍາສາດ​ແລະ​ອົງການ​ວິຊາ​ການ​ໃນ​ຂົງ​ເຂດ​ການບິນ​ອະວະກາດ​ສາກົນ ​ໂດຍ​ບົນ​ພື້ນຖານ​ສະໝັກ​ໃຈ, ​ໂດຍກອງ​ເລຂາ​ຕັ້ງ​ຢູ່​ມະຫາວິທະຍາ​ໄລ​ອຸດສາຫະກຳ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຈີນ​. ​ແລະໄດ້​ເຕົ້າ​ໂຮມ​ໂຮງຮຽນ​ຊັ້ນ​ສູງ,ອົງການ​ວິຊາ​ການ​ແລະ​ສະ​ຖາ​ບັນ​ຄົ້ນຄວ້າ​ວິທະຍາສາດ​48​ແຫ່ງຂອງ​ປະ​ເທດ​ລຽບ​ຕາມ"ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ", ​ແລະຖືຈິດ​ໃຈ "​ເປີດ​ກວ້າງ ກວມ​ລວມ,ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ພັ​ດທະ​ນາ​ພ້ອມ​ກັນ",ຊຸກຍູ້​ສະມາຊິກ​ຕ່າງໆ​ລົງ​ເລິກ​ການ​ຮ່ວມ​ມື​ໃນ​ດ້ານ​ການ​ຄົ້ນຄວ້າ​ວິທະຍາສາດ,ອົບຮົມ​ສ້າງ​ບຸກຄະລາ​ກອນ​, ​ແລະ​ເຊື່ອມ​ໂຍງການ​ຜະລິດ,ການ​ຮຽນ​ແລະ​ການ​ຄົ້ນຄວ້າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ