ໄຂກອງ​ປະຊຸມ​ລັດຖະມົນຕີ​ກະຊວງ​ການ​​ເງິນ​ແລະ​ຜູ້​ວ່າການ​ທະນາຄານກາງ​ຂອງ​G20ຢູ່​​ວໍ​ຊິງ​ຕັນ
2017-04-23 14:59:39  cri 

ກອງ​ປະຊຸມ​ລັດຖະມົນຕີ​ກະຊວງ​ການ​​ເງິນ​ແລະ​ຜູ້​ວ່າການ​ທະນາຄານກາງ​ຂອງກຸ່ມ 20 ​ປະ​ເທດ ຫຼື​ G20 ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ວໍ​ຊິງ​ຕັນປະ​ເທດອາ​ເມ​ລິ​ກາ​ໃນວັນ​ທີ 20-21 ເມສານີ້, ​​ໂດຍ​ຕົ້ນຕໍ​ປຶກສາ​ຫາລື​ກັນ​ກ່ຽວ​ກັບ​ສະຖານະ​ການ​ແລະ​ໂຄງ​ຮ່າງການ​ເຕີບ​​ໂຕຂອງ​ເສດຖະກິດ​ໂລກ​ໃນ​ປັດຈຸບັນ, ​ໂຄງ​ປະກອບ​ການ​ເງິນ​ສາກົນ​ແລະ​ການ​ຄຸ້ມ​ຄອງການທະນາຄານ​ທົ່ວ​ໂລກ, ຊຸກຍູ້​ຂໍ້​ລິ​ເລີ່ມການ​ລົງທຶນ​ຢູ່​ອາ​ຟຼີກາ, ການ​ພັດທະນາ​ແລະຕິດຕາມ​ຄຸ້ມ​ຄອງ​ພາກສ່ວນ​​ການທະນາຄານ ​ແລະ​ອື່ນໆ. ທ່ານ​ສ່ຽວ​ເຈ ລັດຖະມົນຕີ​ກະຊວງ​ການ​ເງິນຈີນ​ແລະ​ທ່ານ​​ໂຈ່​ວສຽວ​ຊ່ວນ ຜູ້​ວ່າການ​ທະນາຄານ​ປະຊາຊົນ​ຈີນ​ໄດ້​ນຳພາ​ຄະນະ​ຜູ້​ແທນ​ເຂົ້າຮ່ວມ​ກອງ​ປະຊຸມ​ດັ່ງກ່າວ.


ທ່ານ​ສ່ຽວ​ເຈ​ກ່າວ​ວ່າ, ​ນັບແຕ່​ປີ​ນີ້​ເປັນຕົ້ນ​ມາ, ປັດ​ໄຈ​ອັນຕັ້ງໜ້າ​ໃນ​ການພັດທະນາ​ເສດຖະກິດ​ຈີນ​ໄດ້​ເພີ່ມ​ຂຶ້ນ​ຕື່ມ​ອີກ, ​ໃນ​ໄຕ​ມາດທຳ​ອິດ​ຂອງ​ປີ​ນີ້ ​ເສດຖະກິດ​ຈີນ​ໄດ້​ເພີ່ມ​ຂຶ້ນ6.9% ​ເມື່ອ​ທຽບ​ໃສ່​ໄລຍະດຽວ​ກັນ​ຂອງ​ປີຜ່ານ​ມາ. ​ແນວ​ໃດ​ກໍ​ດີ, ຈີນ​ມີ​ຄວາມ​ໝັ້ນ​ໃຈ​ຕໍ່ການ​ບັນລຸ​ເປົ້າໝາຍ​ທີ່​ເສດ​ຖະກິດ​ຈະ​ເພີ່ມ​ຂຶ້ນປະມານ 6.5% ​ໃນ​ປີ​ນີ້, ​ເຊິ່ງຈະ​ປະກອບສ່ວນຫຼາຍ​ກວ່າ​ເກົ່າ​ເຂົ້າ​ໃນ​ການ​ເຕີບ​ໂຕ​ຂອງ​​ເສດຖະກິດ​​ໂລກ.

ທ່ານ​ໂຈ່​ວສຽວ​ຊ່ວນກ່າວ​ເນັ້ນວ່າ, ການ​ພັດທະນາ​ການທະນາຄານ​ສີ​ຂຽວ​ມີ​ຄວາມ​ໝາຍ​ສຳຄັນ, ມີ​ຜົນ​ດີ​ຕໍ່​ການ​ເພີ່ມ​ທະວີການ​ພັດທະນາ​ເສດຖະກິດ​ແບບ​ຍືນ​ຍົງ​ໂດຍ​ຜ່າ​ນການ​ຫຼຸດ​ຕົ້ນທຶນການ​ທົດ​ແທນ​ໃນ​ອະນາຄົດ​ໃຫ້​ໜ້ອຍ​ລົງ; ຊຸກຍູ້​ໃຫ້​ຊັບພະຍາກອນ​ການ​ເງິນ​ໃຊ້​ໃນ​ດ້ານການ​ອະນຸລັກ​ສິ່ງ​ແວດ​ລ້ອມຫຼາຍ​ກວ່າ, ​ເພີ່ມຄວາມ​ສາມາດ​ຕ້ານ​ຄວາມ​ສ່ຽງ​ຂອງ​ທົ່ວ​ສັງຄົມ; ຄະນະ​ດຽວ​ກັນ ກໍ​ຈະ​ຊ່ວຍ​ໃຫ້​ວິ​ສາ​ຫະກິດ​ການທະນາຄານ​ສາມາດ​ຮັບ​ມື​ກັບ​ຄວາມ​ສ່ຽງ​ດ້ານ​ສິ່ງ​ແວດ​ລ້ອມ​ແລະ​ອຳນວຍ​ໂອກາດ​ການ​ຄ້າ​ໃຫ້​ຂະ​ເຈົ້າ​ພ້ອມ. ສະນັ້ນ ​ໃນ​ທົ່ວ​ໂລກ​ມີ​ຫຼາຍ​ປະ​ເທດ​ໄດ້​ຕັ້ງໜ້າ​​ເຫັນ​ດີ​​ຂໍ້​ລິ​ເລີ່​ມ​ການທະນາຄານ​ສີຂຽວ, ສົ່ງ​ຜົນ​ເຮັດ​ໃຫ້ຍອດ​ຈຳນວນການ​ລະດົມ​ທຶນ​ໃນ​ຕະຫຼາດ​ຫຼັກຊັບ​ສີຂຽວ​ທົ່ວ​ໂລກ​ໃນ​ປີ​ຜ່ານ​ມາໄດ້​ເພີ່ມ​ຂຶ້ນ 1 ​ເທົ່າ.

ຂະນະ​ທີ່ທ່ານ​ສ່ຽວ​ເຈ​ກ່າວຕື່ມ​ວ່າ, ປີ​ນີ້ G20 ຊຸກຍູ້​ຂໍ້ລິ​ເລີ່​ມການລົງທຶນ​ຢູ່​ອາ​ຟຼີກາ​ແລະ​ໄດ້​ຄືບ​ໜ້າ​​ເປັນ​ຢ່າງ​ດີ ​ເຊິ່ງ​ເປັນ​​ໝາກຜົນສຳຄັນ​ຢ່າງ​ໜຶ່ງ​ໃນ​ວາລະ​ປະຊຸມ​ການ​ເງິນ​ການ​ທະນາຄານ​ຂອງ G20 ​ໃນ​ປີ​ນີ້, ຈີນ​ໄດ້​ສະ​ແດງ​ຄວາມຊົມ​ເຊີຍ​ຕໍ່​ໝາກຜົນ​ດັ່ງກ່າວ. ຂະນະ​ທີ່ບັນດາ​ປະ​ເທດ​ໃນ G20 ຄວນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ສັງ​ລວມກັບປະ​ເທດ​ໃນ​ອາ​ຟຼີກາ ພະຍາຍາມ​ບັນລຸ​ເປົ້າໝາຍ​ທີ່ຕ່າງ​ຝ່າຍ​ຕ່າງ​ມີຜົນ​ປະ​ໂຫຍ​ດ, ຮ່ວມ​ກັນ​ປະກອບສ່ວນ​ເຂົ້າ​ໃນ​ການ​ເຕີບ​​ໂຕ​ແບບ​ຍືນ​ຍົງ​ແລະ​ກວມ​ລວມຂອງ​ເສດຖະກິດ​ອາຟຼີກາ ກໍ​ຄື​ຂອງ​​ໂລກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ