ກອງກ່ຳ​ປັ່ນ​ຮົບຈີນ​ຈະ​ເດີນທາງ​ຢ້ຽມຢາມ​ສັນຖະວະ​ໄມຕີ​ 20 ກວ່າ​ປະ​ເທດ
2017-04-23 16:45:39  cri 
​ເນື່ອງ​ໃນ​ໂອກາດການ​ສ້າງຕັ້ງກອງທັບ​ເຮືອ​ຈີນຄົບຮອບ 68 ປີ, ກອງກ່ຳ​ປັ່ນ​ຮົບ​ຂອງ​ກອງທັບ​ເຮືອຈີນ​ໄດ້​ເດີນທາງຈາກ​ນະຄອນ​ຊຽງ​ໄຮ​ໃນ​ຕອນ​ເຊົ້າວັນ​ທີ 23 ເມສານີ້, ​ເພື່ອຢ້ຽມຢາມສັນຖະວະ​ໄມຕີ 20 ກວ່າ​ປະ​ເທດ​​​ໃນ​ອາຊີ ​ເອີ​ລົບ ອາ​ຟຼີກາ ​ແລະ​ໂອ​ຊີ​ອາ​ນີ​ເປັນ​ເວລາ​ເກືອບ 180 ວັນ ​ເຊິ່ງ​ເປັນ​ການ​ຢ້ຽມ​ຢາມ​ເທື່ອ​ໜຶ່ງ​ທີ່​​ຢ້ຽມຢາມ​ປະ​ເທດ​ຫຼາຍ​ກວ່າ​ໝູ່​​ແລະ​​ໃຊ້​ເວລາ​ດົນ​ກວ່າ​ໝູ່ໃນ​ປະຫວັດສາດຂອງ​ກອງທັບ​ເຮືອ​ຈີນ.

ການ​ເດີນ​ເຮືອທາງ​ໄກ​ເພື່ອ​ຢ້ຽມຢາມຕ່າງປະ​ເທດເທື່ອ​ນີ້, ກໍ​ເປັນ​ມາດ​ຕະການ​ສຳຄັນ​ເພື່ອ​ລົງ​ເລິກ​ຜັນ​ຂະຫຍາຍ​ແນວ​ຄິດ​ຍຸດ​ທະ​ສາດ​ສຳຄັນ​ຂອງ​ທ່ານ​ສີ​ຈິ້ນ​ຜີ​ງ ປະທານປະ​ເທດ​ຈີນກ່ຽວ​ກັບ​ການ​ສ້າງ​ການ​ພົວພັນ​ສາກົນ​ແບບ​ໃໝ່​ແລະ​ສ້າງ​ປະຊາ​ຄົມ​ຮ່ວມ​ຊະຕະ​ກຳ​ມະນຸດ, ​​ເປັນ​ການ​ປະດິດ​ສ້າງ​ແລະ​ພຶດຕິ​ກຳ​ຕົວ​ຈິງ​ໃນ​ການ​ເສີມ​ຂະຫຍາຍ​ທັດສະນະ​ຄວາມ​ປອງ​ດອງ​ກັນ, ​ເຜີ​ຍ​ແຜ່​ສັນຕິພາບ​ແລະ​ໄມຕີ​ຈິດ​ມິດຕະພາບ ​ແລະ​ເປັນ​ຊ່ອງ​ທາງລົງ​ເລິກ​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ທາງ​ການ​ທະຫານ, ສະ​ແດງ​ໃຫ້​ເຫັນພາບ​ພົດທີ່​ດີ​ຂອງ​ກອງທັບ​ເຮືອ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ