ເປີດ​ກິດຈະກຳ "ບຸກຄົນ​ທີ່​ມີ​ຊື່​ສຽງ​ເສັ້ນທາງ​ສາຍ​ໄໝ​ທ່ຽວ​ປະ​ເທດ​ຈີນ​ເພື່ອ​ສຳຜັດ​ກັບ​ຈີນ​ທີ່ມີ​ຊີວິດ​ຊີວາ​ດ້ານ​ການ​ປະດິດ​ສ້າງ"
2017-04-24 11:05:11  cri 
ພິທີ​ເປີດ​ກິດຈະກຳ"ບຸກຄົນ​ທີ່​ມີ​ຊື່​ສຽງ​ເສັ້ນທາງ​ສາຍ​ໄໝ​ທ່ຽວ​ປະ​ເທດ​ຈີນ​ເພື່ອ​ສຳຜັດ​ກັບ​ຈີນ​ທີ່ມີ​ຊີວິດ​ຊີວາ​ດ້ານ​ການ​ປະດິດ​ສ້າງ"​ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ເສິງ​ຕູ່​ແຂວງ​​ເສ​ສວນ ສປ ຈີນ​ໃນ​ວັນ​ທີ 22 ​ເມສາ​ນີ້​ໂດຍ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ວິທະຍຸ​ໂທລະພາບ​ຕວກກີ​ 12 ຄົນ​ຈະ​ເດີນທາງ​ໄປ​ເມືອງ​ເສິງ​ຕູ່, ຫ່າງ​ໂຈ່​ວ,​ຊຽງ​ໄຮ​ແລະ​ເມືອງ​ໃຈກາງ​ປະດິດ​ສ້າງ​ວິທະຍາສາດທີ່​ໂດດ​ເດັ່ນ​ທີ່​ສຸດ​ແ​ຫ່ງອື່ນໆ​ຂອງ​ຈີນ​ເພື່ອ​ຄົ້ນ​ຫາ​ທ່າ​ແຮງ​ບົ່ມ​ຊ້ອນ​ການ​ຮ່ວມ​ມື​ຕາມ​ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"​ແລະ​ສຳຜັດ​ກັບການ​ປະດິດ​ສ້າງ​ທີ່​ມີ​ຊີວິດ​ຊີວາຂອງ​ຈີນ​ໃນ​ຍຸກ​ປັດຈຸບັນ.

ກິດຈະກຳ​ຄັ້ງ​ນີ້​​ໄດ້​ຈັດ​ຂຶ້ນ​ໂດຍ​ການ​ເປັນ​ເຈົ້າພາບ​ຮ່ວມ​ຂອງ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ຫຼືCRI, ສະຖານທູດ​ຈີນ​ປະຈຳ​ຕວກກີ​,ຄະນະ​ໂຄ​ສະ​ນາຄະ​ນະອົບຮົມ​ພັກ​ເມືອງ​ເສິງ​ຕູ່​​ແລະ ​ເມືອງ​ຫາງ​ໂຈ່​ວ ​​​ເຊິ່ງ​ຈຸດປະສົງ​ກໍ​ເພື່ອ​ປະສານ​ສົມທົບ​ກັບກອງ​ປະຊຸມ​ສຸດຍອດ​ເວທີ​ປຶກສາ​ຫາລື​ການ​ຮ່ວມ​ມື​ສາກົນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"ທີ່​ຈະ​ຈັດ​ຂຶ້ນ​ໃນ​ໄວໆ​ນີ້ ​ແລະ​ສະ​ແດງ​ໃຫ້​ເຫັນ​ບົດບາດ​ທີ່​ຕັ້ງໜ້າ​ຂອງ​ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"​ໃນ​ການ​ສົ່ງ​ເສີມ​ການ​ພັດທະນາ​ຮ່ວມ​ກັນ​ຂອງ​ພາກ​ພື້ນ.

ນັບ​ແຕ່​ປີ 2015 ​ເປັນ​ຕົ້ນ​ມາ, ກິດຈະກຳ​ຕ່າງໆ​ຂອງ "ບຸກຄົນ​ທີ່ມີ​ຊື່​ສຽງ​ເສັ້ນທາງ​ສາຍ​ໄໝ​ທ່ຽວ​ປະ​ເທດ​ຈີນ"​ໄດ້​ຈັດ​ຂຶ້ນ​ໂດຍ​ປະສົບ​ຜົນສຳ​ເລັດ​ຢູ່​ຫຼາຍ​ແຂວງ​ແລະ​ເມືອງ​ຢູ່​ຈີນ, ພ້ອມ​ທັງໄດ້​ຄົ້ນຄວ້າ​ໂອກາດ​ສຳຄັນ​ທີ່​ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"ນຳ​ມາສູ່​ກາ​ນພັດທະນາ​ເຂດ​ແຄວ້ນ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ