ຮູ​ບ​ເງົາຊອກ​ຊີ​ໄດ້​ຮັບລາງວັນຮູບ​ເງົາ​ດີ​ເດັ່ນ​ໃນ​ງານ​ຮູບ​ເງົາ​ສາກົນ​ປັກ​ກິ່ງ​ຄັ້ງ​ທີ 7
2017-04-24 16:18:15  cri 

ຮູ​ບ​ເງົາ​ຊອກ​ຊີ​ເລື່ອງ "LuKa" ​ໄດ້​ຮັບ​ລາງວັນ​ນັກສະ​ແດງ​ປະກອບ​ຍິງ.

ງານ​ຮູບ​ເງົາ​ສາກົນ​ປັກ​ກິ່ງ​ຄັ້ງ​ທີ 7 ​ໄດ້​ອັດ​ລົງ​ແລ້ວ​ໃນ​ວັນ​ທີ 23 ​ເມສາ​ນີ້​ຢູ່​ນະຄອນຫຼວງ​ປັກ​ກິ່ງ ສປ ຈີນ ​ເຊິ່ງ​ໃນ​ພິທີ​ປິດ​ງານ ​ໄດ້​ສະຫຼຸບ​ລາງວັນ "ທຽນ​ຖານ"ລາຍການ​ຕ່າງໆ​ທີ່​​ໄດ້​ຮັບ​ຄວາມ​ສົນ​ໃຈ​ເປັນ​ຢ່າງ​ຍິ່ງ.​ໃນ​ນີ້, ຮູ​ບ​ເງົາ​ຊອກ​ຊີ​ເລື່ອງ "LuKa" ​ໄດ້​ຮັບ​ລາງວັນ​ຮູບ​ເງົາ​ດີ​ເດັ່ນ​ແລະ​ລາງວັນ​ນັກສະ​ແດງ​ປະກອບ​ຍິງ. ສ່ວນ​ຮູ​ບ​ເງົາ​ຈີນ​ເລື່ອງ "ບັນຫາ​ທີ່​ບໍ່​ແມ່ນ​ບັນຫາ"​ໄດ້​ຮັບ​ລາງວັນ​ບົດ​ລະຄອນ​ດີ​ເດັ່ນ​ແລະ​ນັກສະ​ແດງຊາຍດີ​ເດັ່ນ.

59 ປະ​ເທດ​ແລະ​ເຂດ​ແຄວ້ນ​ໃນ​ໂລກ​​ໄດ້ນຳ​ເອົາ​ຮູບ​ເງົາລວມທັງ​ມົດ 424 ​ເລື່ອງ​ໄດ້​ສະ​ໝັກ​​ເຂົ້າ​ຮ່ວມ​ການ​ປະ​ກວດ​ລາງວັນ "ທຽນ​ຖານ"​ໃນ​ງານ​ຮູບ​ເງົາ​ຄັ້ງ​ນີ້​ເຊິ່ງຜົນ​ການ​ຕັດສິນ​ຄັ້ງສຸດ​ທ້າຍ​ມີຮູບ​ເງົາ 15 ​ເລື່ອງ​ຈາກ19 ປະ​ເທດ​ແລະ​ເຂດ​ແຄວ້ນ​ໄດ້ຖືກ​ສະ​ເໜີ​ຊື່​ເຂົ້າ​ຮ່ວມ​​ຊິງ​ລາງວັນ.

ງານ​ຮູບ​ເງົາ​ສາກົນ​ປັກ​ກິ່ງ​ຄັ້ງ​ທີ 7 ​​ໄດ້ດຳ​ເນີນ​ມາ​ເປັນ​ເວລາ 7 ວັນ​ໂດຍ​ໄດ້​ຈັດ​ກິດຈະກຳ 300 ກວ່າ​ຄັ້ງ, ​ໄດ້​ຊັນ​ສັນຍາ​ທີ່​ມີ​ມູນ​ຄ່າ​ລວມ 17 ຕື້ 458 ລ້ານ​ຢວນຫຼື​ປະມານ 2 ຕື້ 536 ລ້ານ​ໂດ​ລາ​ສະຫະລັດ, ກິດຈະກຳ​ງານ​ສາຍຮູບ​ເງົາ​ປັກ​ກິ່ງ, ງານ​ດົນຕີ​ຮູບ​ເງົາ​ແລະ​ກິດຈະກຳ​ອື່ນໆ​ໃນ​ຄັ້ງ​ນີ້​ມີ​ຜູ້​ເຂົ້າ​ຮ່ວມ​ທັງ​ມົດ 1 ລ້ານ​ກວ່າ​ຄົນ​ແລະ​ປະສົບ​ຜົນສຳ​ເລັດ​ເປັນ​ຢ່າງ​ດີ.

1 2 3
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ