"ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ມີ​ຄວາມ​ໝາຍ​ສຳຄັນ​ແລະ​ໃຫຍ່​ຫຼວງ​ຕໍ່​ການ​ພັດທະນາ​ຂອງ​ກຳປູ​ເຈຍ
2017-04-24 11:17:46  cri 
ຫວ່າງ​ມໍ່​ໆ​ມາ​ນີ້, ທ່ານ ຮໍ​ນາມຮົງ ຮອງ​ນາຍົກລັດຖະມົນຕີກຳປູ​ເຈຍ​ໄດ້​ກ່າວ​ຂະນະ​ທີ່​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວ່າ: ຂໍ້​ລິ​ເລີ່​ມ "ໜຶ່ງ​​ແລວ​ທາງ​ໜຶ່ງ​ເສັ້ນທາງ" ທີ່​ທ່ານ ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ສະ​ເໜີ​​ມີ​ຄວາມ​ໝາຍ​ສຳຄັນ​ແລະ​ໃຫຍ່​ຫຼວງ​ຕໍ່​ການ​ພັດທະນາ​ປະ​ເທດ​ຕົນ.

ທ່ານ ຮໍນາມ​ຮົງ ກ່າວ​ວ່າ: "ການ​ພັດທະນາ​ຢ່າງຄຶກຄັກຂອງ​ເຂດ​ເສດຖະກິດ​ພິ​ເສດ​ສີ​ຫາ​ນຸ​ແມ່ນ​ແບບຢ່າງ​ແຫ່ງ​ການ​ຮ່ວມ​ມື​ທີ່​ແທ້​ຈິງ​ລະຫວ່າງ​ຈີນ-ກຳປູ​​ເຈຍ." ຂະນະ​ທີ່​ເຂດ​ເສດຖະກິດ​ພິ​ເສດ​ດັ່ງກ່າວ​ໄດ້​ເສີມ​ຂະຫຍາຍ​ບົດບາດສຳຄັນ​ຕໍ່​ການ​ພັດທະນາ​ເສດຖະກິດ​ແລະ​ອຸດສາຫະກຳ​ຂອງ​ປະ​ເທດ​ຕົນ.

ທ່ານ ຮໍ​ນາມຮົງ ​ເຫັນ​ວ່າ: ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ບໍ່​ພຽງ​ແຕ່​ມີ​ບົດບາດນຳ​ພາ​ຕໍ່​ການ​​ເສີມຂະຫຍາຍສາຍ​ພົວພັນ​ລະຫວ່າງ​ກຳປູ​ເຈຍ-ຈີນ​ເທົ່າ​ນັ້ນ, ​ແຕ່​ຍັງ​ມີ​ບົດບາດ​ຕໍ່​ການ​​ເສີມຂະຫຍາຍ​ສາຍ​ພົວພັນ​ລະຫວ່າງ​ຈີນ-​ເອີຣົບ ​ແລະ​ ຈີນ-ປະ​ເທດ​ອາ​ຟຣິກາອີກ​ດ້ວຍ. ທ່ານ​ກ່າວຕື່ມ​ວ່າ: ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ບໍ່​ພຽງ​ແຕ່​ເຊື່ອມ​ຕໍ່​ບັນດາ​ປະ​ເທດ​ອາຊີ​ລວມທັງ​ກຳປູ​ເຈຍ​ເທົ່າ​ນັ້ນ,​ແຕ່​ກໍ​ຈະ​ເຊື່ອມ​ຕໍ່​ກັບ​ເອີຣົບ​ແລະ​ອາ​ຟຣິກາ​ໃນ​ຂົງ​ເຂດ​ຕ່າງໆ​ເຊັ່ນ: ການ​ເຊື່ອມ​ຈອດ​​ດ້ານ​ພື້ນຖານ​​ໂຄງ​ລ່າງ,ການ​ໄປມາຫາສູ່​ກັນລະຫວ່າງ​ປະຊາຊົນ​ແລະ​ການ​ແລ​ກປ່ຽນ​ດ້ານ​ວັດທະນະທຳ​​ແລະ​ອື່ນໆ, ພ້ອມ​ທັງຈະ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ຂອງ​ບັນດາປະ​ເທດ​ແລະ​ເຂດ​​​ແຄວ້ນຢູ່​ຕາມ "ໜຶ່ງ​​ແລວ​ທາງ​ໜຶ່ງ​ເສັ້ນທາງ"ຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ