ຟີ​ລິບ​ປິນ​ເພີ່ມ​ທະວີ​ມາດ​ຕະການ​ປ້ອງ​ກັນ​ກອງ​ປ​ະຊຸມ​ສຸ​ດຍອດ​ອາ​ຊຽນ
2017-04-24 10:59:59  cri 
ຕາມ​ຂ່າວສານ​ຊິນ​ຮວາ: ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງ​ທີ 30 ຈະ​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ມານີລາ​ຂອງ​ປະ​ເທດ​ຟີ​ລິບ​ປິນ​​ແຕ່​ວັນ​ທີ 26 ຫາ 29 ​ເມສາ​ນີ້, ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ລັດຖະບານ​ຟີ​ລິບ​ປິນ​ໄດ້​ໃຊ້​ມາດ​ຕະການ​ຫຼາຍຢ່າງ ​ໃນ​ການ​ປ້ອງ​ກັນ​ຄວາມ​ສະຫງົບຂອງ​ສະຖານ​ທີ່​ຈັດ​ກອງ​ປະຊຸມ​ແລະ​ເຂດ​ອ້ອມ​ຂ້າງ ​ເພື່ອ​ຮັບ​ປະກັນ​ໃຫ້​ກອງ​ປະຊຸມ​ຈັດ​ຂຶ້ນ​ຢ່າງ​ສະດວກ ​ແລະ​ມີ​ຄວາມ​ປອດ​ໄພ​ທີ່​ສຸດ.

ຂ່າວ​ແຈ້ງວ່າ, ​ໃນ​ໄລຍະ​​ປະຊຸມ, ລັດຖະບານ​ຟີ​ລິບ​ປິນຈະ​ສົ່ງ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ຄວາມ​ສະຫງົບ 4 ໝື່ນ 1 ພັນ​ຄົນ​ໄປ​ປະຈຳ​ການ ​ແລະໄດ້​ຈັດ​ສັນ​ເຈົ້າ​ໜ້າ​ທີ່​ຕຳຫຼວດ 2 ໝື່ນ 6 ພັນ​ຄົນ​ຢູ່​ອ້ອມ​ຂ້າງ​ສູນ​ປະຊຸມ​ສາ​ກົນ​ຟີ​ລິບ​ປິນ ທີ່​ເປັນ​ສະຖານ​ທີ່​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ນີ້ ​ເພື່ອ​ຄວາມ​ປອດ​ໄພ​ຂອງ​ຜູ້​ເຂົ້າ​ຮ່ວມ​ທັງ​ໝົດ. ນອກ​ນີ້, ກອງ​ຕຳຫຼວດ​ປ້ອງ​ກັນ​ແດນຝັ່ງ​ທະ​ເລ​ຟີ​ລິບ​ປິນກໍ່ຈະ​ສົ່ງ​ກຳ​ປັ່ນ 14 ລຳ ​ແລະ​ເຈົ້າ​ໜ້າ​ທີ່​ຕຳຫຼວດ 200 ກວ່າ​ຄົນ​ໄປ​ລາດຕະ​ເວນ​ຢູ່​ຕາມ​ເຂດ​ທະ​ເລ​ອ່າວ​ມາ​ນີລາ​ ທີ່​ໃກ້​ກັບ​ສະຖານ​ທີ່​ປະຊຸມ. ​ເລີ່​ມ​ແຕ່​ວັນ​ທີ 24 ​-28​ເມສາ​ນີ້​ເປັນ​ຕົ້ນ​ໄປ, ສຳນັກງານ​ບາງ​ພາກສ່ວນ​ແລະ​ໂຮງຮຽນ​ຕ່າງໆ​ບາງ​ພາກສ່ວນ​ທັງ​ພາກ​ລັດ​ແລະ​ເອກະ​ຊົນ​ຢູ່​ນະຄອນຫຼວງ​ມາ​ນີລາ​ກໍ່​ຈະ​ພັກວຽກ​ແລະ​ຢຸດ​ການ​ຮຽນ​ການ​ສອນຊົ່ວ​ຄາວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ