ເຈົ້າ​ໜ້າ​ທີ່​ຟີ​ລິບ​ປິນ​ໄດ້ສັງຫານ​ພວກ​ຫົວ​ຮຸນ​ແຮງ​ 3 ຄົນ​​ເສຍ​ຊີວິດຢູ່​ເກາະ​ໂບ​ໂຮ​ນ
2017-04-24 15:04:47  cri 
ຕາມ​ຂ່າ​ວສານ​ຈີນ: ​​ທະຫານ​​ແລະ​ຕຳຫຼວດ​ຟີ​ລິບ​ປິນ​ໄດ້​ປະ​ທະ​ກັບ​ກຸ່ມປະກອບ​ອາວຸດ "ອາ​ບູຊາ​ເຢັຟ" ທີ່​ເປັນ​ອົງການ​ຫົວ​ຮຸນ​ແຮງອີກ​ເທື່ອ​ໜຶ່ງ ຢູ່​ເກາະ​ໂບ​ໂຮ​ນ ທາງ​ພາກ​ກາງ​ຟີ​ລິບ​ປິນ​ໃນ​ວັນ​ທີ 22 ​ເມສາ​ນີ້ ​ແລະ​ໄດ້​ຍິງ​ຜູ້​ປະກອບ​ອາວຸດ​ຕາຍ 3 ຄົນ.

ທ່ານ​ໂຣດຣິ​ໂກ ດູ​ເຕີ​ເຕ ປະທານາທິບໍດີ​ຟີ​ລິບ​ປິນ​ໄດ້​ໄປ​ສຳ​ຫຼວດ​ເກາະ​ໂບ​ໂຮ​ນ ​ແລະ​ສັ່ງ​ຈັບ​ກຸ່ມປະກອບ​ອາວຸດ "ອາ​ບູຊາ​ເຢັຟ" ທີ່​ລີ້​ຊອນ​ຢູ່​ເກາະ​ດັ່ງກ່າວ​ ​ແລະ​ໄດ້​ຕັ້ງ​ລາງວັນ​ນຳ​ຈັບ​ຜູ້​ລະ​ໜຶ່ງ​ລ້ານ​ເປ​​ໂຊ​ຟີ​ລິບ​ປິ​ນອີກ​ດ້ວຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ