ຈະ​ຫຼວດສົ່ງ​ຍານ "ສາງ​ເຈິ່ງ 5" ໜ່ວຍ​ທີ​ສອງ​ເລີ່​ມຂົນ​ສົ່ງ​ຈາກທຽນສິນ
2017-04-24 16:23:53  cri 
ຕາມ​ຂ່າວສານ​ຊິນ​ຮວາ: ຂະ​ບວນກຳ​ປັ່ນ​ຂົນ​ສົ່ງ​ຈະ​ຫຼວດສົ່ງ​ຍານ​ສາງ​​ເຈິ່ງ5​ໄດ້​ເລີ່​ມອອກ​ເດີນທາງ​ຈາກ​ທ່າ​ກຳ​ປັ່ນທຽນສິນ​ໄປ​ຫາ​ເມືອງ​ເວີນ​ຊາງ​ແຂວງ​ໄຫ​ຫຼຳ ​ເຊິ່ງ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າການ​ຍິງ​ສົ່ງຍານ "ສາງ​ເຈິ່ງ5 ຢ໋າວ 2"​ໄດ້​ນັບຖອຍຫຼັງ​ແລ້ວ.

ຂ່າວ​ແຈ້ງວ່າ, ຈີນ​ມີ​ແຜນ​ຈະ​ຍິງ ຈະ​ຫຼວດສົ່ງ​ຍານ "ສາງ​ເຈິ່ງ 5 ຢ໋າວ 2" ທີ່​ບັນທຸກ​ດາວ​ທຽມ "ສື​ຈ້ຽນ 18" ທີ່​ຈີນ​ຄົ້ນຄວ້າ​ຜະລິດ​ເອງ​ຂຶ້ນ​ສູ່​ອະວະກາດ​ໃນ​ເດືອນ​ມິຖຸນາປີນີ້.

ການ​ຂົນ​ສົ່ງຍານ "ສາງ​ເຈິ່ງ 5 ຢ໋າວ 2"ກົງ​ກັບ "ວັນ​ອະວະກາດ" ຈີນ​ເທື່ອ​ທີ​2, ພໍດີສະ​ຖາ​ບັນ​ຄົ້ນຄວ້າ​ເຕັກນິກ​ຈະ​ຫຼວດສົ່ງ​ຍານ​ຈີນ​ໄດ້​ນຳ​ເອົາຫ້ອງ​ຮຽນ​ເຜີຍ​ແຜ່​ຄວາມ​ຮູ້​ວິທະຍາສາດ​ການບິນ​ອະວະກາດມາ​ທ່າ​ກຳ​ປັ່ນ​ຂົນ​ສົ່ງ​ຈະ​ຫຼວດ ​ເຊິ່ງ​ເຮັດ​ໃຫ້​ປະຊາຊົນ​ຈີນ​ໄດ້​ຮັບ​ຮູ້ກ່ຽວ​ກັບ​ການບິນອະວະກາດນັບ​ມື້​ນັບ​ຫຼາຍ​ຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ