ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ-ລາວ​ພົບ​ປະກັນ​ທີ່​ນະຄອນຫຼວງ​ປັກ​ກິ່ງ
2017-04-24 16:26:31  cri 
ຕາມ​​ເວັບ​ໄຊ​ກະຊວງ​ການ​ຕ່າງປະ​ເທດ​ຈີນ: ທ່ານ​ຫຼິວ​ເຈິ້ນໝິງ ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​​ໄດ້​ພົບ​ປະ​ເຈລະຈາ​ກັບ​ທ່ານ​ນາງ​ຄຳ​ເພົາ ​ເອີນ​ທະ​ວັນ ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ລາວ​ ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ​​ໃນ​ວັນ​ທີ 21 ​ເມສາ​ຜ່ານ​ມາ​ນີ້.

ສອງ​ຝ່າຍ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ພົວພັນ​ຈີນ-ລາວ ​ແລະ​ເ​ຫັນ​ດີ​ປະສານ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ປະຕິບັດ​ຕາມ​ຄວາມ​ເປັນ​ເອກະ​ພາບ​ລະຫວ່າງ​ຜູ້ນຳ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ ​ແລະ​ກະກຽມ​ໃຫ້​ແກ່​ທ່ານ​ບຸນ​ຍັງ ວໍລະ​ຈິດ ປະທານ​ປະ​ເທດລາວ​ທີ່​ຈະມາ​ເຂົ້າ​ຮ່ວມ​ກອງ​ປະຊຸມ​​ເວທີ​ປຶກສາ​ຫາລື​ສຸດ​ຍອດ​ການ​ຮ່ວມ​ມື​ສາກົນ​ກ່ຽວ​ກັບ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ", ​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ດ້ານ​ຍຸດ​ທະ​ສາດ​ການ​ພັດທະນາ, ຊຸກຍູ້​ໂຄງການ​ເສັ້ນທາງ​ລົດ​ໄຟ​ຈີນ-ລາວ​ແລະ​ໂຄງການ​ຮ່ວມ​ມື​ອື່ນໆ​ໃຫ້​ຂະຫຍາຍຕົວ​ຢ່າງ​ໜັກ​ແໜ້ນ, ​ເລັ່ງປະຕິບັດ​ໂຄງການທີ່​ຈີນ​ຊ່ວຍ​ເຫຼືອ​ໃນ​ຂົງ​ເຂດປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງປະຊາຊົນ​ລາວ ​ແລະ​ຮັດ​ແໜ້ນ​ການ​ຮ່ວມ​ມື​ລະຫວ່າງ​ກະຊວງ​ການ​ຕ່າງປະ​ເທດ​ຂອງ​ສອງ​ປະ​ເທດ.

ສອງຝ່າຍ​ຍັງ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ບັນຫາ​ສາກົນ​ແລະ​ພາກ​ພື້ນ​ທີ່​ສົນ​ໃຈ​ຮ່ວມ​ກັນ ​ແລະ​ເຫັນ​ດີ​ເພີ່ມ​ທະວີ​ການ​ປະສານ​ສົມທົບ​ພາຍ​ໃຕ້​ຂອບ​ຈີນ-ອາ​ຊຽນ ​ແລະ​ຂອບ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ