ການ​ແຂ່ງ​ຂັນ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງ​ເຂົ້າ​ສູ່​ຮອບສຸດ​ທ້າຍ​ແລ້ວ
2017-04-24 16:11:43  cri 
    ຕາມ​ຂ່າວ​ສານ​ຊິນ​ຮ​ວາ: ກະ​ຊວງ​ພາຍ​ໃນ​ຝ​ຣັ່ງ ໄດ້​​ເປີດເຜີຍ​ຂໍ້​ມູນ​ເບື້ອງ​ຕົ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 23 ເມ​ສານີ້ ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ທ່ານ ແອມ​ມາ​ນູ​ແອນ ມາກ​ຣົງ ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ຂອງພັກ​ຂະ​ບວນ​ການ​ກ້າວ​ໜ້າ ແລະ​ທ່ານ​ນາງ ມາ​ຣີ​ນາ ເລີ​ເປນ ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ຂອງ​​ພັກແນວ​ໂຮມ​ແຫ່ງ​ຊາດ ເຊິ່ງ​ເປັນ​ພັກຝ່າຍ​ຂວາ​ຈັດ ໄດ້​ນຳ​ໜ້າ​ໃນ​ການ​​ປ່ອນ​ບັດຮອບ​ທຳ​ອິດ​ຂອງ​ການ​ແຂ່ງ​ຂັນ​ເລືອກ​ຕັ້ງ​ປະ​ທານ​າ​ທິ​ບໍ​ດີ​ປະ​ເທດ​ຕົນ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ ແລະ​ຈະ​ເຂົ້າ​ສູ່​ການ​ປ່ອນ​ບັດ​ຮອບ​ທີ​ສອງ.

    ສ່ວນ​ທ່ານ ຟ​ຣັ່ງ​ຊົວ ຟິ​ອົງ ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ອີກ​ຜູ້​ໜຶ່ງ ໄດ້​ກ່າວ​ປາ​ໄສ​ທາງ​ໂທ​ລະ​ພາບ ໂດຍ​ຮັບ​ຮອງຢ່າງ​ເປີດ​ເຜີຍວ່າ​ເສຍ​ໄຊແລ້ວ ແລະ​ຮຽກ​ຮ້ອງ​ໃຫ້​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຈົ່ງ​ສະ​ໜັບ​ສະ​ໜູນ​ທ່ານ ມາກ​ຣົງ​ໃນ​ການ​ປ່ອນ​ບັດ​ຮອບ​ທີ​ສອງ. ຂະ​ນະ​ດຽວ​ກັນເຊິ່ງຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 7 ພຶດ​ສະ​ພາ​ປີນີ້, ທ່ານ ເບີ​ນັດ ຄາ​ເຈີ​ນາ​ຟ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຝ​ຣັ່ງ ກໍ​ຮຽກ​ຮ້ອງ​ໃຫ້​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເລືອກ​ສະ​ໜັບ​ສະ​ໜູນ​ທ່ານ ມາກ​ຣົງ ຢ່າງ​ເປີດ​ເຜີຍເຊັ່ນ​ດຽວ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ